ປະທານາທິບໍດີຜູ້ຫາກໍ່ໄຊຊະນະໃນການເລືອກຕັ້ງຢູ່ອາເມລິກາ ຄັດຄ້ານບັນດາຄຳເຫັນຕ້ານລັດເຊຍ

ປະທານາທິບໍດີຜູ້ຫາກໍ່ໄຊຊະນະໃນການເລືອກຕັ້ງຢູ່ອາເມລິກາ ຄັດຄ້ານບັນດາຄຳເຫັນຕ້ານລັດເຊຍ - ảnh 1
ທ່ານ Donald Trump 
(ພາບ: baotintuc.vn)

(vovworld) -​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ຫາກໍ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ ອາ​ເມ​ລິ​ກາ Donald Trump ໄດ້​ອອກ​ສຽງ​​ຕຳ​ນິ​ຕິ​ຕຽນ​ບັນ​ດາ​ຄຳ​ເຫັນ​ຄັດ​ຄ້ານ​ການສ​້າງ​ການ​ພົວ​ພັນ​ອັນ​ດີ​ງາມ​ກ່​ວາ​ກັບ​ລັດ​ເຊຍ. ວັນ​ທີ 7/1, ໃນສື່​ສັງ​ຄົມ Twitter, ​ທ່ານ Donald Trump ຢັ້ງ​ຢືນ​ການ​ພົວ​ພັນ​ອັນ​ດີງາມ​ກັບ ລັດ​ເຊຍ ແມ່ນ​ສິ່ງ​ດີ​ງາມ. ທ່ານ Donald Trump ຍັງ​ໃຫ້​ຂໍ​້​ສັງ​ເກດ​ວ່າ ພາຍຫຼັງ​ທີ່​ທ່ານ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການນັ້ນ, ລັດ​ເຊຍ ຈະ​ເຄົາ​ລົບ ອາ​ເມ​ລິ​ກາ ກ່​ວາ​ໄລ​ຍະ​ປະ​ຈຸ​ບັນ ແລະ 2 ປະ​ເທດ​ອາດ​ຈະ​ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບາງ​ບັນ​ຫາ​ໃຫຍ່ ແລະ ຮີບ​ດ່ວນ​ໃນ​ໂລກ.

        ກ່ອນ​ໜ້ານັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີຜູ້​ຫາກໍ່​ໄດ້​ຮັບ​ໄຊ​ຊະ​ນະ Donald Trump ໄດ້​ຄັດ​ຄ້ານ​ບົດ​ລາຍ​ງານ​ຂອງວົງ​ການ​ເຈົ້າ​ໜ້າ​ທີ່​ສືບ​ລາ​ຊະ​ການ​ລັບ ອາ​ເມ​ລິ​ກາ ໄດ້​ສະ​ຫລຸບ​ວ່າ ລັດ​ເຊຍ ໄດ້​ແຊກ​ແຊງ​ເຂົ້າ​ການ​ເລືອກ​ຕັ້ງຢູ່ ອາ​ເມ​ລິ​ກາ. ໃນ​ຂະ​ນະ​ນັ້ນ, ລັດ​ເຊຍ ໄດ້​ປະ​ຕິ​ເສດ​ບັນ​ດາ​ຂໍ້​ມ​ູນ​ຂ່າວ​ທີ່​ວ່າ ລັດ​ເຊຍ ແຊກ​ແຊງ​ເຂົ້າ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຜ່ານ​ມາ​ຢູ່ ອາ​ເມ​ລິ​ກາ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຖື​ເລື່ອງ​ລັດ​ຖະ​ບານ ອາ​ເມ​ລິ​ກາ ແກ່​ດຶງ ລັດ​ເຊຍ ເຂົ້າ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຕົນ​ແມ່ນ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ ຫຼົງ​ເຊື່ອ​ເຂວ​ທິດ.


ຂ່າວ/ບົດ​ອື່ນ