ປະທານາທິບໍດີຝຣັ່ງ ໃຫ້ຄຳໝັ້ນສັນຍາສ້າງສາປະເທດເຂັ້ມແຂງ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ

(VOVWORLD) - ໃນບົດປາໄສທີ່ພິທີສາບານຕົວເຂົ້າດຳລົງຕຳແໜ່ງ ໄດ້ຮັບການຈັດຕັ້ງໃນຕອນເຊົ້າວັນທີ 14 ພຶດສະພາ, ຢູ່ວັງ Elysse ຢູ່ນະຄອນຫຼວງ ປາຣີ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໃຫ້ຄຳໝັ້ນສັນຍາຈະຜ່ານຜ່າການແບ່ງແຍກໃນສັງຄົມ ຝຣັ່ງ ແລະ ສ້າງສາປະເທດ ຝຣັ່ງ ເຂັ້ມແຂງ. 
ປະທານາທິບໍດີຝຣັ່ງ ໃຫ້ຄຳໝັ້ນສັນຍາສ້າງສາປະເທດເຂັ້ມແຂງ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ - ảnh 1ທ່ານປະທານາທິບໍດີ Emmanuel Macron 

ທ່ານປະທານາທິບໍດີ Emmanuel Macron ໃຫ້ຄຳໝັ້ນສັນຍາຈະມາພະຍາຍາມເພື່ອກໍ່ສ້າງສະຫະພາບເອີລົບ (ອີຢູ) ມີປະສິດທິຜົນກ່ວາ, ປະຊາທິປະໄຕກ່ວາ, ມີລັກສະນະການເມືອງຫຼາຍກ່ວາ ຍ້ອນວ່າ ອີຢູ ແມ່ນພາຫະນະຊ່ວຍໃຫ້ປະເທດ ຝຣັ່ງ ສ້າງຄວາມເຂັ້ມແຂງ. ທ່ານປະທານາທິບໍດີ Emmanuel Macron ປະກາດຈະເຮັດທຸກສິ່ງທຸກຢ່າງທີ່ຈຳເປັນເພື່ອຕ້ານຄືນລັດທິກໍ່ການຮ້າຍ ກໍ່ຄືແກ້ໄຂວິກິດການຊາວອົບພະຍົບທົ່ວໂລກ.

        ທ່ານ Emmanuel Macron ກໍ່ຖະແຫຼງວ່າ ບຸລິມະສິດໃຫຍ່ສຸດຂອງທ່ານແມ່ນຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ທ່ານເວົ້າວ່າ “ຂ້າພະເຈົ້າຈະເກັ້ຍກອມໃຫ້ຊາວ ຝຣັ່ງ ວ່າ: ກຳລັງແຮງຂອງປະເທດ ຝຣັ່ງ ບໍ່ອ່ອນເພຍລົງ, ພວກເຮົາມີກຳລັງແຮງຢ່າງພຽງພໍເພື່ອຍື່ນໃນຖັນແຖວບັນດາປະເທດມະຫາອຳນາດໃນໂລກຂອງສະຕະວັດທີ 21.”

ຕອບກັບ

ຂ່າວ/ບົດ​ອື່ນ