ປະທານາທິບໍດີຝລັ່ງ: ຕ້ານການກໍ່ການຮ້າຍແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຝລັ່ງ

(VOVWORLD) -ໃນບົດກ່າວປາໄສທີ່ກອງປະຊຸມການຕ່າງປະເທດປະຈຳປີຂອງຝລັ່ງ ເຊິ່ງຖືກດຳເນີນຢູ່ວັງ Elysee, ໃນວັນທີ 29 ສິງຫາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ຢືນຢັນວ່າ

ປະທານາທິບໍດີຝລັ່ງ: ຕ້ານການກໍ່ການຮ້າຍແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຝລັ່ງ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ: REUTERS)

ການຕ້ານ “ລັດທິກໍ່ການຮ້າຍອິດສະລາມ” ຈະແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຕົ້ນຕໍ່ຂອງຝລັ່ງ. ທ່ານເນັ້ນໜັກວ່າ, ນັບແຕ່ຕົ້ນປີ 2015, ປະເທດຝລັ່ງ ຕ້ອງຮັບມືກັບບັນດາເຫດບຸກໂຈມຕີກໍ່ການຮ້າຍ, ເຊິ່ງເຮັດໃຫ້ສາມັນຊົນກວ່າ 230 ຄົນຖືກເສຍຊີວິດ. ທ່ານຢືນຢັນວ່າ, ປະເທດຝລັ່ງ ຈະບໍ່ເມີນເສຍແຕ່ກໍ່ບໍ່ປະໃຫ້ບັນດາພາກສ່ວນອິດສະລາມ ຫົວຮຸນແຮງກໍ່ຄວາມຢ້ານກົວ. ທ່ານປະທານາທິບໍດີ Macron ກໍໃຫ້ຮູ້ວ່າ, ມີກອງປະຊຸມສາກົນເພື່ອຊອກຫາມາດຕະການສະກັດກັ້ນບັນດາແຫຼ່ງເງິນອຸປະຖຳໃຫ້ບັນດາກຸ່ມກໍ່ການຮ້າຍ ເຊິ່ງຈະຖືກດຳເນີນຢູ່ປາຣີ ໃນຕົ້ນປີ 2018.


ຕອບກັບ

ຂ່າວ/ບົດ​ອື່ນ