ປະທານາທິບໍດີຝລັ່ງ ຢ້ຽມຢາມຈີນ ເພື່ອຊຸກຍູ້ການພົວພັນ ດ້ານການຄ້າ

ປະທານາທິບໍດີຝລັ່ງ ຢ້ຽມຢາມຈີນ ເພື່ອຊຸກຍູ້ການພົວພັນ ດ້ານການຄ້າ - ảnh 1

ລັດຖະມົນຕີການຕ່າງປະເທດຈີນ ຕ້ອນຮັບປະທານາທິບໍດີຝລັ່ງ  Francois Hollande ຢູ່ສະໜາມບິນປັກກິງ
 (ພາບ: ຂ່າວສານຈິນ)

(vovworld) – ວັນ​ທີ 25/4, ປະທານາທິບໍດີ​ຝລັ່ງ Francois Hollande ​ໄດ້​ໄປ​ປັກ​ກິ​ງ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ​ໃນ​ການ​ຢ້ຽມຢາມຄັ້ງ​ນີ້, ປະທານາທິບໍດີ​ຝລັ່ງຈະ​ມີ​ການ​ເຈລະຈາ​ກັບ​ປະທານ​ປະ​ເທດ​ຈີນ​ ສື​ຈີນ​ຜີ​ງ  ​ແລະ ມີ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ປະ​ເທດ​ເຈົ້າພາບ. ບັນດາ​ພາຫະນະ​ສື່​ມວນ​ຊົນ​ຂອງຝລັ່ງ​ ໃຫ້​ຮູ້​ວ່າ, ຈຸດປະສົງ​ຕົ້ນ​ຕໍ່​ຂອງປະທານາທິບໍດີ​ຝລັ່ງ ​ໃນ​ການ​ຢ້ຽມຢາມ​ປັກ​ກິ​ງ ຄັ້ງ​ນີ້ ​ແມ່ນ​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ຝລັ່ງ - ຈີນ ຕາມ​ທິດ​ສົມສ່ວນ​ກັນ, ພ້ອມ​ທັງ​ໂຄສະນາ​ສິນຄ້າ​ປະ​ເພດ​ຕ່າງໆ​ຂອງຝລັ່ງ, ​ເຊິ່ງຕົ້ນ​ຕໍ່​ແມ່ນ​ຜະລິດ​ຕະພັນ​ກະ​ເສດ.

 

ຂ່າວ/ບົດ​ອື່ນ