ປະທານາທິບໍດີຝລັ່ງເລີ່ມດຳເນີນການສົນທະນາຫາລືແຫ່ງຊາດ

(VOVWORLD) -ວັນທີ 15 ມັງກອນ, ເມື່ອກ່າວຄຳເຫັນຕໍ່ໜ້າເຈົ້າຄອງນະຄອນເຂດ Normandie ກວ່າ 600 ທ່ານ ຢູ່ນະຄອນ Grand Bourgtheroulde

ປະທານາທິບໍດີຝລັ່ງເລີ່ມດຳເນີນການສົນທະນາຫາລືແຫ່ງຊາດ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron ກ່າວຄຳເຫັນຕໍ່ໜ້າເຈົ້າຄອງນະຄອນເຂດ Normandie

(ພາບ: AFP/TTXVN)

ໃນການສົນທະນາຫາລືທົ່ວປະເທດ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ເນັ້ນໜັກວ່າ, ທ່ານຢາກຢຸດຕິວິກິດການ ຍ້ອນການແຕກແຫງອັນໃຫຍ່ຫຼວງພວມແບ່ງແຍກປະເທດຊາດ, ກ່ຽວຂ້ອງເຖິງບັນດາບັນຫາສັງຄົມ, ຜືນແຜ່ນດິນ, ເສດຖະກິດ ແລະ ປະຊາທິປະໄຕ. ນີ້ແມ່ນການສົນທະນາຫາລືທົ່ວປະເທດ ໂດຍທ່ານປະທານາທິບໍດີ Emmanuel Macron ປຸກລະດົມເປັນທາງການ ໃນສະພາບທີ່ປະເທດຝລັ່ງ ພວມຕົກເຂົ້າສູ່ວິກິດການ ດ້ວຍບັນດາການແຫ່ຂະບວນປະທ້ວງໃຫຍ່ ພ້ອມກັບການໃຊ້ຄວາມຮຸນແຮງໂດຍຂະບວນການ “ເສື້ອເຫຼືອງ” ຈັດຕັ້ງໃນແຕ່ລະທ້າຍອາທິດເປັນເວລາ 2 ເດືອນມານີ້.

        ທ່ານປະທານາທິບໍດີ Emmanuel Macron ເນັ້ນໜັກວ່າ, ຄວນຊອກຫາມາດຕະການຮຳບາດແຜຂອງປະເທດຊາດດ້ວຍທຸກວິທີທາງ. ທ່ານ ກໍ່ໄດ້ຕັ້ງຄວາມຫວັງຫຼາຍຢ່າງເຂົ້າໃນການສົນທະນາຫາລືທົ່ວປະເທດຄັ້ງນີ້, ພ້ອມກັບບັນດາບົດຮຽນເຊິ່ງທ່ານຖອດຖອນມາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ