ປະທານາທິບໍດີຟີລີບປິນຢັ້ງຢືນເລື່ອງສືບຕາມນະໂຍບາຍການຕ່າງປະເທດເອກະລາດ

ປະທານາທິບໍດີຟີລີບປິນຢັ້ງຢືນເລື່ອງສືບຕາມນະໂຍບາຍການຕ່າງປະເທດເອກະລາດ - ảnh 1
ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ Rodrigo Duterte
(ພາບ: AFP/TTXVN)

(vovworld) - ວັນ​ທີ 19/11 ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ Rodrigo Duterte ​ໄດ​້ຢືນຢັນ​ວ່າ ປະ​ເທດ ຟີ​ລີບ​ປິນ ສືບ​ຕາມ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ ​ແລະ ພ້ອມ​ແລ້ວ​ຈະ​ເປັນ​ປະ​ເທດເພື່ອນມິດ​ກັບ ຈີນ ຕະຫລອດ​ໄປ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້​ນຜິ​ງ ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ​ຮ່ວມ​ມື​​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ຢູ່ Lima ປະ​ເທດ ​ເປ​ຣູ, ທ່ານ Duterte ​ໃຫ້​ຮູ້​​ຕື່ມ​ອີກ​ວ່າ ຟີ​ລີບ​ປິນ ພ້ອມ​ແລ້ວ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ ​ແລະ ສົມທົບ​ກັບ ຈີນ ​ໃນ​ຫລາຍ​ຂົງ​ເຂດ​.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 20/10 ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ກໍ​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ Duterte ຢູ່ ປັກ​ກີ​ງ, ທີ່​ການ​ພົບ​ປະ​ນີ້ ການ​ນຳ 2 ທ່ານ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ 2 ຝ່າຍ ມຸ່ງ​ໄປ​ເຖິງ​ການ​ແກ້​ໄຂ​ບັນດາ​ບັນຫາ​ບໍ່​ລົງ​ລອຍ​ກັນ.

 

ຂ່າວ/ບົດ​ອື່ນ