ປະທານາທິບໍດີມ້ຽນມາ ອະໄພຍະໂທດໃຫ້ນັກໂທດໄທ ນັບສີບຄົນ

ປະທານາທິບໍດີມ້ຽນມາ ອະໄພຍະໂທດໃຫ້ນັກໂທດໄທ ນັບສີບຄົນ - ảnh 1
(ທ່ານ​ປະທານາທິບໍດີ​ມ້ຽນ​ມາ U Thein Sein)

(vovworld) -     ກະຊວງ​ການ​ຕ່າງປະ​ເທດ​ໄທ ​ອອກ​​ແຈ້ງ​ການ​ໃຫ້​ຮູ້​ວ່າ ທ່ານ​ປະທານາທິບໍດີ​ມ້ຽນ​ມາ U Thein Sein ​ໄດ້ອະ​ໄພຍະ​ໂທດ​ໃຫ້ນັກ​ໂທດ​​ໄທ 83 ຄົນ ​ແລະ ບັນດາ​ບຸກຄົນ​​ເຫຼົ່າ​ນີ້​ໄດ້​ຮັບ​ການ​ປ່ອຍ​ຕົວ​ໃນ​ວັນ​ທີ 18/9. ​ແຈ້ງ​ການ​ຊີ້​ແຈ້ງ​ວ່າຂໍ້​ຕົກລົງ​ອະ​ໄພ​ໂທດ​ນີ້ ​ແມ່ນ​ສ່ອງ​ແສງ​​ເຖິງ​ການ​ພົວພັນ​ອັນ​ດີ​ງາມ​ລະຫວ່າງ​ສອງ​ປະ​ເທດ. ກ່ອນ​ໜ້າ​ນັ້ນ, ສານ​​ແຫ່ງໜຶ່ງ​ຢູ່​ມ້ຽນ​ມາ ​ໄດ້​ຕັດສິນຈຳ​ຄຸກ 3 ປີ​ເຄິ່ງສຳລັບ​ຊາວ​ໄທ 92 ຄົນ, ​ໃນ​ນັ້ນ​ມີ​​ແມ່ຍິງ 10 ຄົນ, ດ້ວຍ​ໂທດ​ແຊກ​ຊຶມ​ອະທິປະ​ໄຕ​ມ້ຽນ​ມາ ​ຢ່າງຜິດ​ກົດໝາຍ ​ແລະ ທຳລາຍ​ປ່າ. ທັງ 92 ຄົນ​ນີ້​ຖືກກັກ​ຂັງ​ຢູ່​ມ້ຽນ​ມາ ​ແຕ່​ເດືອນ 7 ຜ່ານ​ມາ.

ຂ່າວ/ບົດ​ອື່ນ