ປະທານາທິບໍດີລັດເຊຍສະເໜີແຜນການ7ຂໍ້ແກ້ໄຂວິກິດການຢູ່ຢູແກຼນ

ປະທານາທິບໍດີລັດເຊຍສະເໜີແຜນການ7ຂໍ້ແກ້ໄຂວິກິດການຢູ່ຢູແກຼນ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: Reuters)

(​vovworld) – ວັນ​ທີ 3/9, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ສະ​ເໜີ​ແຜນການ 7 ຂໍ້​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢູ່​ຢູ​ແກຼນ. ​ແຜນການ 7 ຂໍ້​ທີ່​ທ່ານ Putin ​ເນັ້ນ​ໜັກນັ້ນ​ແມ່ນ: ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​​ແບບນອງ​ເລືອດ ​ແລະ ​ຫັນ​ສະພາບ​ການ​ຢູ່​ທາງ​ທິດຕາ​ເວັນ​ອອກສ່ຽງ​​ໃຕ້ ຢູ​ແກຼນ ​​​ເປັນປົກກະຕິ​, ຝ່າຍ​ຕ່າງໆ​ຕ້ອງ​ເປັນ​​ເອກະ​ພາບ ​ແລະ ສົມທົບ​ກັນ​ເຄື່ອນ​ໄຫວ​ເພື່ອ​ປະຕິບັດ​ບັນດາ​ບາດກ້າວ​ດັ່ງ​ຕໍ່​ໄປ​ນີ້: ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ບຸກ​ໂຈມ​ຕີ​ຂອງກອງທັບ ຢູ​ແກຼນ ກໍ່​ຄື​ບັນດາ​ກຳລັງ​ທະຫານ​ລາດ​ຢູ່ Donetsk ​ແລະ Lugansk, ຖອນ​ບັນດາ​ກົມ​ກອງ​ປະກອບ​ອາວຸດ ຢູ​ແກຼນ ອອກ​ຈາກ​ບັນດາ​ເຂດ​ດັ່ງກ່າວ​​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ຄວາມ​ສາມາດ​ຍິງ​ລູກ​ຈະ​ຫຼວດ​ເຂົ້າ​ບັນດາ​ເຂດ​ຊຸມ​ຊົນ, ປະ​ຕິ​ບັດ​ການ​ຄວບ​ຄຸມ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ພາວະ​ວິ​ໄສ​ສຳລັບ​ຄຳ​ສັ່ງ​ຢຸດ​ຍິງ ​ແລະ ຕິດຕາມ​ກວດກາ​ສະພາບພາຍ​ຫຼັງ​ການ​ຢຸດ​ຍິງ, ລົບ​ລ້າງ​ການ​ກະທຳ​ບຸກ​ໂຈມ​ຕີ​ທາງ​ອາກາດ​, ຕ້ານ​ສາມັນ​ຊົນ​ຢູ່​ເຂດ​ເກີດ​ການ​ປະ​ທະ​ກັນ, ຈັດ​ຕັ້ງ​ການ​​ແລກປ່ຽນ​ບັນດາ​ຕົວ​ປະກັນ​ໂດຍ​ບໍ່​ມີ​ເງື່ອນ​ໄຂ, ​ເປີດ​ທາງ​​ໃຫ້​​ແກ່​ຜູ້​ລິ​ໄພ ​ແລະ ຂົນ​ສົ່ງ​ສິນ​ຄ້າ​ໜູນ​ຊ່ວຍ​ມະນຸດສະທຳ​​ເຖິງ ຢູ​ແກຼນຕາ​ເວັນ​ອອກ, ສຸດ​ທ້າຍ​ແມ່ນ​ສົ່ງ​ໜ່ວຍ​ງານ​ສ້ອມ​​ແປງ​ມາ​ຟື້ນຟູ​ພື້ນຖານ​ໂຄງ​ລ່າງ​ຢູ່​ເຂດ​ເກີດ​ການ​ປະ​ທະ​ກັນ. ທ່ານ​ປະທານາທິບໍດີ Vladimir Putin ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ: ບັນດາ​ຝ່າຍ​ປະ​ທະ​ກັນ​ລວມມີ​ອຳນາດ​ການ​ປົກຄອງ ກິ​ແອບ ​ແລະ ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ປະ​ເທດ​ນີ້​ຈະ​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ທີ່​ກອງ​ປະຊຸມ​ຂອງ​ກຸ່ມ​ສຳ​ພັດ​ໃນ​ວັນ​ທີ 5/9.

 



ຂ່າວ/ບົດ​ອື່ນ