ປະທານາທິບໍດີລັດເຊຍ,ອາເມລິກາຈະຈັດການເຈລະຈາໃນວັນທີ28/09

ປະທານາທິບໍດີລັດເຊຍ,ອາເມລິກາຈະຈັດການເຈລະຈາໃນວັນທີ28/09 - ảnh 1
(ພາບປະກອບ: Reuters)

(vovworld) – ວັນທີ 24/09, ທັງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ຢືນຢັນ​ວ່າ, ທ່ານ​ປະທານາທິບໍດີ​ລັດ​ເຊ​ຍ Vladimir Putin ​ແລະ ທ່ານປະທານາທິບໍດີ​ອາ​ເມ​ລິກາ Barack Obama ຈະ​ມີ​ການ​ເຈລະຈາ​ໃນ​ວັນ​ທີ 28/09 ຈະ​ມາ​​ເຖິງ, ຢູ່​ນອກ​ວາລະ​ປະ​ຊຸມສະມັດ​ຊາ​ໃຫຍ່ສະຫະ​ປະຊາ​ຊາດ ຢູ່​ນະຄອນ​ນິວຢອກ​, ປະ​ເທດ​ອາ​ເມ​ລິ​ກາ. ການ​ພົບ​ປະລະ​ຫວ່າງ​ການ​ນຳ​ລັດ​ເຊ​ຍ ​ແລະ ອາ​ເມ​ລິ​ກາ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຕາມ​ຂໍ້​ຕົກລົງ 2 ຝ່າຍ, ພາຍຫຼັງ​ທ່ານ​ປະທານາທິບໍດີ​ລັດ​ເຊ​ຍ ມີ​ບົດ​ກ່າວ​ປາ​ໄສ​ຕໍ່ສະມັດ​ຊາ​ໃຫຍ່ສະຫະ​ປະຊາ​ຊາດ. ຫົວ​ຂໍ້​ປຶກສາ​ຫາລື​ຕົ້ນ​ຕໍ່​ແມ່ນ​ບັນຫາ​ຊີຣີ ​ແລະ ​ວິ​ກິດ​ການ​ຢູ່​ຢູ​ແກຼນ.

ຂ່າວ/ບົດ​ອື່ນ