ປະທານາທິບໍດີລັດເຊຍຮຽກຮ້ອງເພີ່ມທະວີກຳລັງຄວາມສາມາດບົ່ມຊ້ອນດ້ານນິວເຄຼຍການທະຫານ

ປະທານາທິບໍດີລັດເຊຍຮຽກຮ້ອງເພີ່ມທະວີກຳລັງຄວາມສາມາດບົ່ມຊ້ອນດ້ານນິວເຄຼຍການທະຫານ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: EPA/ TTXVN)

(vovworld) - ​ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ອອກຄຳ​ສັ່ງ​ເພີ່ມ​ທະວີ​ກຳລັງ​ນິວ​ເຄຼຍຍຸດ​ທະ​ສາດ​ຂອງ​ປະ​ເທດ​ນີ້ ດ້ວຍ​ການ​ປັບປຸງ​ບັນດາລະບົບ​ລູກ​ສອນ​ໄຟທີ່​ມີ​ຄວາມ​ສາມາດ​ຮັບ​ມື​ກັບ​ບໍ່​ວ່າລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໃດໆ​ໃນ​ປະຈຸ​ບັນ ​ແລະ ​ໃນອະນາຄົດ. ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 22/12 ທີ່​ກອງ​ປະຊຸມ​ຂອງ​ຄະນະ​ຊີ້ນ​ຳກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ, ຜູ້​ບັນຊາ​ການ​ສູງ​ສຸດບັນດາ​ກຳລັງ​ປະກອບ​ອາວຸດ​ສະຫະພັນ ລັດ​ເຊຍ ຮຽກ​ຮ້ອງສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ແກ່ນສານ, ​ໃນ​ນັ້ນ ຄວນ​ປັບປຸງ​ຄວາມ​ສາມາດ​ບົ່ມ​ຊ້ອນສູ້​ຮົບ​ຂອງ​ບັນດາ​ກຳລັງ​ນິວ​ເຄຼຍຍຸດ​ທະ​ສາດ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ລະບົບ​ລູກ​ສອນ​ໄຟທີ່​ມີ​ຄວາມ​ສາມາດ​ຮັບ​ມືກັບ​ຕໍ່​ບັນດາ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໃນ​ປະຈຸ​ບັນ ​ແລະ ​ໃນອະນາຄົດ. ທ່ານ​ປະທານາທິບໍດີ Putin ຖື​ວ່າ: ບັນດາ​ກຳລັງ​ປອດ​ນິວ​ເຄຼຍຍຸດ​ທະ​ສາດ​ຄວນ​ໄດ້​ຮັບ​ການ​ເພີ່ມ​ທະວີ​ກ່ຽວ​ກັບ​ຄຸນ​ນະພາ​ບ ​ເພື່ອ​ເຮັດ​ໃຫ້ໄພ​ນາບ​ຂູ່​ດ້ານການ​ທະຫານ​ທັງ​ໝົດຕໍ່​ ລັດ​ເຊຍ  ໝົດ​ຄວາມສັກ​ສິດ.

 

 

 

ຂ່າວ/ບົດ​ອື່ນ