ປະທານາທິບໍດີລັດເຊຍແລະທ່ານD.Trumpຜູ້ຊະນະການເລືອກຕັ້ງປະທານາທິບໍດີອາເມລິກາໂອ້ລົມທາງໂທລະສັບ

ປະທານາທິບໍດີລັດເຊຍແລະທ່ານD.Trumpຜູ້ຊະນະການເລືອກຕັ້ງປະທານາທິບໍດີອາເມລິກາໂອ້ລົມທາງໂທລະສັບ - ảnh 1
ທ່ານ Donald Trump ​ຜູ້​ທີ່​ຫາກໍ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ
​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ​ອາ​ເມ​ລິ​ກາ
(ພາບ: AFP/TTXVN)

(vovworld)- ວັນ​ທີ 14/11, ທ່ານ​ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ແລະ ທ່ານ Donald Trump ​ຜູ້​ທີ່​ຫາກໍ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ​ອາ​ເມ​ລິ​ກາ ໄດ້​ມີ​ການໂອ້ລົມ​ທາງ​ໂທ​ລະ​ສັບ, ໃນ​ນັ້ນ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ພົວ​ພັນ ລັດ​ເຊຍ-ອາ​ເມ​ລິ​ກາ ໃນ​ອະ​ນາ​ຄົດ. ທີ່​ການ​ໂ​ອ້​ລົມ​ທາງ​ໂທ​ລະ​ສັບ, ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Putin ສະ​ແດງ​ຄວາມ​ພ້ອມທີ່​ຈະ​​ຈັດ​ການ​ເຈ​ລະ​ຈາ​ຄູ່​ຮ່ວມ​ມື​ ກັບ​ອຳ​ນາດ​ການ​ປົກ​ຄອງ​ໃໝ່ ​ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ບົນຫຼັກ​ການ​​ສະ​ເໝີ​ພາບ, ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ ແລະ ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ. ຕາມ​ ​ວັງ Kremlin ແລ້ວ, ໃນ​ການ​ໂອ້ລົມ​ທາງ​ໂທ​ລະ​ສ​ັ​ບ, ສອງ​ຝ່າຍບໍ່​ພຽງ​​ແຕ່ເຫັນ​ດີ​ເປັນ​ເອ​ກະ​ພາບ​ ​ຕໍ່ທັດ​ສະ​ນະ​ໃນ​ການ​ຕີ​ລາ​ຄາ ກ່ຽວ​ກັບສະ​ພາບ​ຕົວ​ຈິງ​​ແຫ່ງການ​ພົວ​ພັນ​ ລັດ​ເຊຍ-ອາ​ເມ​ລິ​ກາ ທີ່ບໍ່​​ສະ​ດວກ​ຄືໃນ​ປັດ​ຈຸ​ບັນ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ ​ຢາກ​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ຕັ້ງ​ໜ້າ ເພື່ອ​ຫັນ​ການ​ພົວ​ພັນ​ສອງ​ຝ່າຍ​ໃຫ້​ເປັນ​ປົກ​ກະ​ຕິ ແລະ ຮ່ວມ​ມື​ໃນ​ທຸກ​ບັນ​ຫາ. ທ່ານ Putin ແລະ ທ່ານ Trump ເນັ້ນ​ໜັກ​​ເຖິງ​ຄວາມສຳ​ຄັນ​​​ຕ້ອງສ້າງ​ ຄວາມ​ໄວ້​ເນື້ອເຊື່ອ​ໃຈພື້ນ​ຖານ ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ ​ດ້ວຍ​ວິ​ທີ​​ພັດ​ທະ​ນະ​ການ​ຮ່ວມ​ມື ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ. ສອງ​ຝ່າຍ​ພ້ອມ​ກັນ​​ແບ່ງ​ປັນທັດ​ສະ​ນະ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ເຫັນ​ດີ​ເຫັນ​ພ້ອມ​ ​ຕໍ່ບັນ​ດາ​ຄວາ​ມ​ມາ​ນະ​ພະຍາ​ຍາມ ​ໃນ​ການ​ຕໍ່​ສູ້​ຕ້ານ​ສັດ​ຕູ​ລວມ ​ນັ້ນ​ແມ່ນ​ລັດ​ທິກໍ່​ການ​ຮ້າຍ ແລະ ​ຫົວ​ຫຸນ​ແຮງ, ພ້ອມ​ທັງ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ວິ​ກິດ​ການ ​ຢູ່​ຊີ​ຣີ.


ຂ່າວ/ບົດ​ອື່ນ