ປະທານາທິບໍດີລັດເຊຍແລະອາເມລິກາເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງພັນທະມິດຕ້ານIS

ປະທານາທິບໍດີລັດເຊຍແລະອາເມລິກາເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງພັນທະມິດຕ້ານIS - ảnh 1
ປະທານາທິບໍດີລັດເຊຍແລະອາເມລິກາ
ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງພັນທະມິດຕ້ານIS
(ພາບປະກອບ: AFP)


(vovworld) – ​ໃນ​ການ​ປະຊຸມ​ຂ່າວ ພາຍຫຼັງ​ສິ້ນ​ສຸດ​ກອງ​ປະຊຸມ G – 20, ຢູ່ຕວກກີ, ທ່ານ​ປະທາ​ນາ​ທິບໍດີ​ລັດ​ເຊຍ Vladimir Putin ​ແລະ ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ສືບ​ຕໍ່​ເນັ້ນ​ໜັກ​ເຖິງ​ການ​ຕໍ່ສູ້​ຕ້ານ IS, ພິ​ເສດ​ແມ່ນ​ທັດສະນະ​ຂອງ​ບັນດາ​ຝ່າຍ​ກ່ຽວ​ກັບ​ການ​ຕໍ່ສູ້​ນີ້. ທ່ານ​ປະທານາທິບໍດີ Vladimir Putin ຖະ​ແຫຼ​ງວ່າ ບັນດາ​ການ​ບຸກ​ໂຈມ​ຕີ​ຢູ່​ປາຣີ, ປະ​ເທດ​ຝລັ່ງ ​ໄດ້​ຊີ້​​ໃຫ້​ເຫ​ັນຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ພັດ​ທະ​ມິດ​ຕ້ານ​ກໍ່​ການ​ຮ້າຍ​ສາກົນ. ທ່ານ​ປະທານາທິບໍດີລັດ​ເຊ​ຍ ຊີ້​ແຈ້ງວ່າ, ພັນທະ​ມິດ​ຄື​ແນວ​ນັ້ນ​ອາດ​ຈະ​ໄດ້​ຮັບ​ການສ້າງ ​ແລະ ​ຂາດ​ບໍ່​ໄດ້​ໃນ​ບັ້ນ​ຮົບຕໍ່ສູ້​ຕ້ານ​ກໍ່​ການ​ຮ້າຍ​ໃນ​ປະຈຸ​ບັນ. ສ່ວນທ່ານ​ປະທານາທິບໍດີ​Barack Obama ຖື​ວ່າ, ​ເລື່ອງ​ອາ​ເມ​ລິ​ກາ​ ຜັນ​ຂະຫຍາຍ​ທະຫານ​ບົກ​ເພື່ອ​ຕໍ່ສູ້​ຕ້ານ IS “ຈະ​ແມ່ນ​ການ​ຜິດພາດ”. ​ຕາມ​ນັ້ນ​ແລ້ວ, ພັດທະ​ມິດ​ຕ້ານ IS ​ໂດຍອາ​ເມ​ລິ​ກາ ນຳ​ໜ້າ ຈະ​ເພີ່ມທະວີບັນດາ​ຄວາມ​ມານ​ະພະຍາຍາມ​​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ໃນ​ປະຈຸ​ບັນ ​ແທນ​ທີ່ຈະຫັນ​ໄປ​ສູ່​ທິດ​ທາງ​ອື່ນ. ທ່ານ Obama ຢືນຢັນ​ວ່າ, ປັດ​ໃຈ​ຕັດສິນ​ເພື່ອ​ແກ​້​ໄຂ​ວິ​ກິດ​ການ​ການ​ເມືອງ​ຢູ່​ຊີຣີ ​ແມ່ນ​ຫຼຸດຜ່ອນ​​ຜືນ​ແຜ່ນ​ດິນ​​ເຊິ່ງ IS ພວມຢືດຄອງ ​ແລະ ມອບ​ໃຫ້​ບັນດາ​ກຳລັງ​ປະຈຳ​ຖິ່ນ.

ຂ່າວ/ບົດ​ອື່ນ