ປະທານາທິບໍດີສ.ອາຍແລນແລະພັນລະຍາເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ

ປະທານາທິບໍດີສ.ອາຍແລນແລະພັນລະຍາເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ​ສ.ອາຍ​ແລ​ນ, Olafur Ragnar
(ພາບປະກອບ)

(vovworld) – ​ໂດ​ຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ, ທ່ານ​ປະທານາທິບໍດີ​ສ.ອາຍ​ແລ​ນ, Olafur Ragnar ​ແລະ ພັນ​ລະ​ຍາ​​​ເລີ່​ມຕົ້ນການຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຫວຽດນາມ​ແຕ່​ວັນ​ທີ 03 – 06/11. ການ​ຢ້ຽມຢາມ​ທາງ​ລັດຖະກິດ​​ເຖິງຫວຽດນາມ​ຂອງ​ທ່ານປະທານາທິບໍດີ​ Olafur Ragnar ​​ແມ່ນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື, ຂຸດ​ຄົ້ນ​ບັນດາ​ທ່າ​ແຮງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​​ຮ່ວມ​ມືລະຫວ່າງ​ຫວຽດນາມ ​ແລະ ອາຍ​ແລ​ນ ​ໃນ​ທຸກ​ຂົງ​ເຂດຄື: ​ເສດຖະກິດ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ… ຄຽງ​ຂ້າງ​ນັ້ນ, ການ​ຢ້ຽມຢາມ​ຍັງ​ສ​້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ 2 ຝ່າຍ​ຊອກ​ຮູ​້ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມ​ືດ້ານ​ການ​ຄ້າ, ການ​ລົງທຶນ; ຊຸກຍູ້​​ສິ້ນ​ສຸດ​ການ​​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ກຸ່ມ​ການ​ຄ້າ​ເສລີ​ເອີ​ລົບ (EFTA) ພ້ອມ​ທັງ​ແລກປ່ຽນ​ບັນດາບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ