ປະທານາທິບໍດີສ.ເກົາຫຼີ ປາດຖະໜາຢາກຍົກການພົວພັນຄູ່ຮ່ວມມືຍຸດທະສາດ ສ.ເກົາຫຼີ - ຫວຽດນາມ ຂຶ້ນສູ່ລະດັບສູງ

(VOVWORLD) -ຫວຽດນາມກໍແມ່ນປະເທດທຳອິດທີ່ທ່ານຈະໄປຢ້ຽມຢາມໃນປີ 2018, ເພາະວ່າການພົວພັນລະຫວ່າງສ. ເກົາຫຼີ ແລະ ຫວຽດນາມ ແມ່ນພິເສດທີ່ສຸດ.
ປະທານາທິບໍດີສ.ເກົາຫຼີ ປາດຖະໜາຢາກຍົກການພົວພັນຄູ່ຮ່ວມມືຍຸດທະສາດ  ສ.ເກົາຫຼີ - ຫວຽດນາມ ຂຶ້ນສູ່ລະດັບສູງ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in (ພາບ: TTXVN)

    ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ ປະທານປະເທດ ຫວຽດນາມ ເຈີນດ້າຍກວາງ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ພ້ອມດ້ວຍພັນລະຍາຈະມີການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 22 – 24 ມີນາ. ເນື່ອງໃນໂອກາດນີ້, ສຳນັກຂ່າວສານຫວຽດນາມໄດ້ສຳພາດ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ກ່ຽວກັບການພົວພັນລະຫວ່າງສອງປະເທດ, ບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ການພົວພັນດັ່ງກ່າວໃຫ້ດີຍິ່ງຂຶ້ນອີກໃນໄລຍະຈະມາເຖິງ ກໍຄືບັນຫາສັນຕິພາບຢູ່ແຫຼມເກົາຫຼີ. ເມື່ອເວົ້າກ່ຽວກັບຄວາມໝາຍຂອງການຢ້ຽມຢາມຫວຽດນາມ ຄັ້ງນີ້, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ເນັ້ນໜັກວ່າ: ຫວຽດນາມກໍແມ່ນປະເທດ ທຳອິດທີ່ທ່ານຈະໄປຢ້ຽມຢາມໃນປີ 2018, ເພາະວ່າການພົວພັນລະຫວ່າງສ. ເກົາຫຼີ ແລະ ຫວຽດນາມ ແມ່ນພິເສດທີ່ສຸດ. ພາຍຫຼັງສອງປະເທດ ສ. ເກົາຫຼີ ແລະ ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງດ້ານ ການທູດ ເມື່ອປີ 1992, ດ້ວຍຄວາມມານະພະຍາຍາມຮ່ວມກັນ ສອງປະເທດຈິ່ງບັນລຸໄດ້ຫຼາຍບາດ ກ້າວພັດທະນາຢ່າງກ້າວກະໂດດຂັ້ນ ໃນທຸກຂົງເຂດຄື ການເມືອງ, ເສດຖະກິດ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ… ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມຄັ້ງນີ້, ທ່ານປະທານາທິບໍດີ ກໍປາດຖະໜາຢາກປັບປຸງນ້ຳໃຈມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນໃນຂອບເຂດຂັ້ນສູງກັບບັນດາການນຳຫວຽດນາມກວ່າອີກ. 

        ໃນທິດທາງເປີດກວ້າງການຮ່ວມມືດ້ານເສດຖະກິດ ສ.ເກົາຫຼີ - ຫວຽດນາມ ໃນອະນາຄົດ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ປາດຖະໜາຢາກພັດທະນາການພົວພັນຮ່ວມມື ດ້ານເສດຖະກິດລະຫວ່າງ ສ. ເກົາຫຼີ ແລະ ຫວຽດນາມ ຕາມຮູບການທັງສອງຝ່າຍລ້ວນແຕ່ ໄດ້ຮັບຜົນປະໂຫຍດ, ປະກອບສ່ວນເຂົ້າໃນຄວາມວັດຖະນາຖາວອນລວມຂອງທັງສອງປະເທດ.

        ໜັງສືພິມລາຍວັນ “The Korea Times” ສະບັບພິມຈຳໜ່າຍເປັນພາສາອັງກິດ ໃນວັນທີ 21 ມີນາ ເຊິ່ງໄດ້ຄັດສະເໜີຄຳເຫັນຂອງ ບັນດາເຈົ້າໜ້າທີ່ທຳນຽບ ປະທານາທິບໍດີ ສ. ເກົາຫຼີ ໂດຍໃຫ້ ຂໍ້ສັງເກດກ່ຽວກັບການຢ້ຽມຢາມຫວຽດນາມທີ່ຈະມາເຖິງ ຂອງ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ຈະສ້າງທ່ວງທ່າພັດທະນາໃໝ່ໃຫ້ແກ່ຄວາມມານະພະຍາຍາມຂອງສ.ເກົາຫຼີ ໃນການຊອກຫາຄູ່ ຮ່ວມມືທາງດ້ານການຄ້າຫາກໍພົ້ນເດັ່ນຂຶ້ນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບົດຂຽນດັ່ງກ່າວກໍໄດ້ ແຈ້ງລາຍການເຄື່ອນໄຫວຂອງ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ໃນການຢ້ຽມຢາມ ທາງລັດຖະກິດຢູ່ຫວຽດນາມ . ທ່ານປະທານາທິບໍດີ ຈະໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ, ຫຼັງຈາກນັ້ນ ກໍຈະມີການພົບປະກັບທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ, ເຈລະຈາກັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ