ປະທານາທິບໍດີອິນໂດເນເຊຍ ຢັ້ງຢືນນະໂຍບາຍການຕ່າງປະເທດ ເພື່ອສັນຕິພາບ

ປະທານາທິບໍດີອິນໂດເນເຊຍ ຢັ້ງຢືນນະໂຍບາຍການຕ່າງປະເທດ ເພື່ອສັນຕິພາບ - ảnh 1

(ພາບ:ອິນ​ເຕີ​ແນັດ)​

( vovworld ) – ​ກ່າວ​ຄຳ​ເຫັນ​ຕໍ່​ສະພາ​ແຫ່ງ​ຊາດ​ເນື່ອງ​ໃນ​ໂອກາດ​ລະນຶກ 67 ປີ​ແຫ່ງ​ວັນສະຖາປະນາ​ປະ​ເທດອິນ​ໂດ​ເນ​ເຊຍ (17/8/1945-17/8/2012), ວັນ​ທີ 17/8, ປະທານາທິບໍດີ Susilo Bambang Yudhoyono ​ໄດ້​ຢັ້ງຢືນ​ບັນດາ​ຜົນສຳ​ເລັດ​ໃນ​ຂົ​ງເຂດ​ການ​ຕ່າງປະ​ເທດຂອງ​ປະ​ເທດ​ນີ້, ພ້ອມ​ທັງ​ໃຫ້​ຄຳໝັ້ນສັນຍາຈະ​ສືບ​ຕໍ່​​ມານະ​ພະຍາຍາມ​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໂລກ. ປະທານາທິບໍດີ Susilo Bambang Yudhoyono ​ເນັ້ນໜັກ​ວ່າ ດ້ວຍ​ເລື່ອງ​ສ້າງຕັ້ງສູນສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໂລກຢູ່ Sentul, Bogor ​ແຂວງ West Java ​ເມື່ອ​ຕົ້ນປີ​ນີ້. ອິນ​ໂດ​ເນ​ເຊຍ  ອາດຈະປະກອບສ່ວນ​ຫຼາຍ​ກ່ວາ​ອີກ​ໃຫ້​ແກ່ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໂລກ. ປະທານາທິບໍດີ Susilo Bambang Yudhoyono ​ໃສ່​ໃຈ​ວ່າ: ​ໂລກ​ຍັງ​ມີ​ການ​ທ້າ​ທາຍ​ຫຼາຍ​ຢ່າງ ​ແລະ ​ໄພ​ນາບຂູ່​ຕໍ່ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໂລກ, ຊື່​ງຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ສາກົນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ.

 

 

 

 

 

 

ຂ່າວ/ບົດ​ອື່ນ