ປະທານາທິບໍດີອີຢີບ ຮຽກຮ້ອງການເຈລະຈາກັບຝ່າຍຄ້ານ

ປະທານາທິບໍດີອີຢີບ ຮຽກຮ້ອງການເຈລະຈາກັບຝ່າຍຄ້ານ - ảnh 1

ປະ​ເທດ​ອີ​ຢີບ

(ພາບ: baodatviet.vn)

(VOV)- ປະທານາທິບໍດີ​ອີ​ຢີບ Mohamed Morsi ​ໄດ້​ສະ​ເໜີຈັດການ​ເຈລະຈາຄັ້ງ ​ໃໝ່​ກັບ​ທຸ​ກໆ​ກຳລັງ​ການ​ເມືອງ​ອີ​ຢີບ ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ໄລຍະ​ຂ້າມ​ຜ່ານໃນ​ປະຈຸ​ບັນ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​​ທາງ​ໂທລະ​ພາບ​ແຫ່ງ​ຊາດ​ອີ​ຢີບ, ​ໂຄສົກ​ຂອງ​ປະທານາທິບໍດີ Yesser Ali ​ເນັ້ນໜັກ​ວ່າ: ຍັງພຽງ​ອີກ 13 ວັນ​ກ່ອນ​ທີ່​ປະຊາຊົນ​ອີ​ຢີບ ຈະ​ໄປ​ປ່ອນ​ບັດ​ກ່ຽວ​ກັບ​ຮ່າ​ງລັດຖະທຳ​ມະນູນ.

   ກ່ອນ​ໜ້ານັ້ນ, ປະທານາທິບໍດີ​ອີ​ຢີບ Mohamed Morsi ​ໄດ້ຮຽກ​ຮ້ອງ​ໃຫ້ຈັດການ​ລົງປະຊາ​ມະຕິ​ໃນ​ວັນ​ທີ 15/12 ຈະ​ມາ​ເຖິງກ່ຽວ​ກັບ​ຮ່າ​ງລັດຖະທຳ​ມະນູນ. ​ເພື່ອ​ໂຕ້​ຕອບ​ຄືນ, ສານ​ລັດຖະທຳ​ມະນູນ​ອີ​ຢີບ ​ໄດ້​ປະກາດ​ໂຈະ​ການ​ເຄື່ອນ​ໄຫວ​ໂດຍ​ບໍ່​ມີ​​ກຳນົດ​ເວລາ.

ຂ່າວ/ບົດ​ອື່ນ