ປະທານາທິບໍດີອາເມລິກາ Donald Trump ຢ້ຽມຢາມລາຊະອານາຈັກອັງກິດ

(VOVWORLD) -ລາຊະອານາຈັກອັງກິດ ໄດ້ຈັດບັນດາພິທີຕ້ອນຮັບໃນລະດັບສູງສຸດທີ່ສະຫງວນໃຫ້ແກ່ທ່ານປະທານາທິບໍດີອາເມລິກາ Donald Trump ໃນການຢ້ຽມຢາມປະເທດເກາະນີ້ ເປັນເວລາ 3 ວັນຂອງທ່ານປະທານາທິບໍດີອາເມລິກາ, ເລີ່ມແຕ່ວັນທີ 03 ມິຖຸນາ.

ຕາມແຜນການ, ວັນທີ 04 ມິຖຸນາ, ທ່ານ D.Trump ຈະມີບັນດາການເຈລະຈາກັບທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ກ່ຽວກັບບັນດາຫົວເລື່ອງສຳຄັນໃນການພົວພັນສຳພັນທະມິດທີ່ໃກ້ຊິດສະໜິດສະໜົມທີ່ສຸດລະຫວ່າງອາເມລິກາ ແລະ ອັງກິດ, ໃນນັ້ນມີແງ່ຫວັງລົງນາມໃນສົນທິສັນຍາການຄ້າລະຫວ່າງອາເມລິກາ ແລະ ອັງກິດ, ພາຍຫຼັງລາຊະອານາຈັກອັງກິດ ຖອນຕົວອອກຈາກອີຢູ. ນອກນັ້ນ, ມີຫົວຂໍ້ທີ່ໜ້າສົນໃຈອື່ນອີກ ເຊິ່ງເຈົ້າໜ້າທີ່ອາເມລິກາ ຫຼາຍທ່ານເຕື້ອງເຖິງກ່ອນການຢ້ຽມຢາມ ເຊິ່ງແມ່ນເລື່ອງອາເມລິກາ ຢາກໃຫ້ອັງກິດຢຸດຕິບັນດາການຮ່ວມມືກັບກຸ່ມບໍລິສັດ Huawei ຂອງຈີນ. ຝ່າຍອາເມລິກາ ນາບຂູ່ວ່າ, ຖ້າຫາກອັງກິດ ບໍ່ຢຸດຕິການຮ່ວມມືກັບ Huawei, ອາເມລິກາ ຈະບໍ່ສືບຕໍ່ແບ່ງປັນຂ່າວສືບລາຊະການລັບຂອງປະເທດນີ້ໃຫ້ອັງກິດ ອີກ.

        ພາຍຫຼັງສິ້ນສຸດການຢ້ຽມຢາມອັງກິດ, ວັນທີ 05 ມິຖຸນາ, ທ່ານປະທານາທິບໍດີ D.Trump ຈະໄປຢ້ຽມຢາມຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ