ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Joe Biden ຍັງ​ບໍ່​ທັນ​ມີ​ແຜນ​ການ​ໄປ​ຢ້ຽມ​ຢາມ ຢູ​ແກຼນ

(VOVWORLD) - ທ່ານນາງ Jen Psaki ໃຫ້ຮູ້ວ່າ ທຳນຽບຂາວຈະສືບຕໍ່ຕີລາຄາສະພາບການ ພ້ອມທັງເນັ້ນໜັກວ່າ ຈຸດປະສົງຂອງອຳນາດການປົກຄອງ ປະທານາທິບໍດີອາເມລິກາ Joe Biden ແມ່ນເປີດສະຖານທູດຄືນໃໝ່.
ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Joe Biden ຍັງ​ບໍ່​ທັນ​ມີ​ແຜນ​ການ​ໄປ​ຢ້ຽມ​ຢາມ ຢູ​ແກຼນ - ảnh 1

 ປະທານາທິບໍດີອາເມລິກາ Joe Biden (ພາບ: AFP)

   ວັນທີ 2 ພຶດສະພາ, ທ່ານນາງ Jen Psaki ເລຂາສື່ມວນຊົນທຳນຽບຂາວ ໃຫ້ຮູ້ວ່າ ປະທານາທິບໍດີອາເມລິກາ Joe Biden ຢາກໄປຢ້ຽມຢາມ ຢູແກຼນ ແຕ່ປະຈຸບັນຍັງບໍ່ທັນມີແຜນການເທື່ອ. ຖະແຫຼງການໄດ້ຍົກອອກມາ ພາຍຫຼັງທ່ານນາງປະທານສະພາຕ່ຳອາເມລິກາ Nancy Pelosy ໄດ້ໄປຢ້ຽມຢາມ ຢູແກຼນ ໂດຍກະທັນຫັນເມື່ອທ້າຍອາທິດ.  ທ່ານນາງ Jen Psaki ໃຫ້ຮູ້ວ່າ ທຳນຽບຂາວຈະສືບຕໍ່ຕີລາຄາສະພາບການ ພ້ອມທັງເນັ້ນໜັກວ່າ ຈຸດປະສົງຂອງອຳນາດການປົກຄອງ ປະທານາທິບໍດີອາເມລິກາ Joe Biden ແມ່ນເປີດສະຖານທູດຄືນໃໝ່ ແລະ ສົ່ງບັນດາພະນັກງານການທູດກັບມານະຄອນຫຼວງ ກີແອບ.

   ຕາມທ່ານອຸປະທູດຊົ່ວຄາວອາເມລິກາ ປະຈຳ ຢູແກຼນ Kristina Kvien ແລ້ວ, ຄາດວ່າ, ສະຖານທູດອາເມລິກາ ຈະເປີດປະຕູຢູ່ ກີແອບ ຄືນໃໝ່ໃນທ້າຍເດືອນພຶດສະພາຖ້າມີເງື່ອນໄຂສະດວກ.

ຕອບກັບ

ຂ່າວ/ບົດ​ອື່ນ