ປະທານາທິບໍດີອາເມລິກາ ກ່າວເຕືອນບັນດາພັນທະມິດຂ້າມມະຫາສະມຸດອັດລັງຕິດ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ  Donald Trump ຖະແຫຼງວ່າ, ບັນດາປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (NATO) ທີ່ຍັງເຫຼືອ ໄດ້ມີການປະພຶດບໍ່ຢຸດຕິທຳກັບອາເມລິກາ ແລະ ວໍຊິງຕັນ ຈະຕ້ອງ “ເຮັດສິ່ງໃດສິ່ງໜຶ່ງ” ເພື່ອປ່ຽນແປງສິ່ງນີ້. 

ຖະແຫຼງການດັ່ງກ່າວໂດຍທ່ານປະທານາທິບໍດີ Trump ຍົກອອກມາ ພຽງ 2-3 ຊົ່ວໂມງ ກ່ອນທີ່ເດີນທາງໄປເຖິງ ບຣຸກແຊນ, ປະເທດແບນຊິກ , ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ NATO, ເຊິ່ງດຳເນີນໃນລະຫວ່າງວັນທີ 11 – 12 ກໍລະກົດ

        ນອກນັ້ນ, ທ່ານປະທານາທິບໍດີອາເມລິກາ ກໍ່ໃຫ້ຂໍ້ສັງເກດວ່າ, ການພົບປະລະຫວ່າງທ່ານແລະຄູຕຳແໜ່ງລັດເຊຍ Vladimir Putin ໃນວັນທີ 16 ກໍລະກົດ, ອາດຈະ “ມີຄວາມສະດວກສະບາຍ” ກວ່າເມື່ອທຽບໃສ່ບັນດາການພົບປະຂອງທ່ານກັບການນຳບັນດາປະເທດພັນທະມິດຂອງອາເມລິກາ ຢູ່ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ