ປະທານາທິບໍດີອາເມລິກາ ຈະພົບປະກັບປະທານາທິບໍດີລັດເຊຍ ທີ່ກອງປະຊຸມສຸດຍອດ ຈີ 20

ປະທານາທິບໍດີອາເມລິກາ ຈະພົບປະກັບປະທານາທິບໍດີລັດເຊຍ ທີ່ກອງປະຊຸມສຸດຍອດ ຈີ 20 - ảnh 1
(ປະທານາທິບໍດີ​ອາ​ເມ​ລິ​ກາ ແລະ ລັດ​ເຊຍ)

(vovworld) - ວັນ​ທີ 26 ສິງຫາ, ​​​ໂຄສົກ​ທຳນຽບຂາວທ່ານ Jay Carnet ​ໃຫ້​ຮູ້​ວ່າ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຈະ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໃນ​ອາທິດ​ຈະ​ມາ​ເຖິງ ທີ່​ກອງ​ປະຊຸມສຸດ​ຍອດຂອງ​ກຸ່ມ 20 ພື້ນຖານ​​ເສດຖະກິດ​ພັດທະນາ ​ແລະ ຫາກ​ໍພົ້ນ​ເດັ່ນ​ຂຶ້ນ (ຈີ 20) ຢູ່ນະຄອນ Petersburg. ການ​ນຳ 2 ທ່ານ​ພວມ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວຂ້ອງ​ເຖິງ​ຂໍ້​ຕົກລົງ​ຂອງ​ລັດ​ເຊຍ ທີ່​ອະນຸດ​ຍາດໃຫ້​ອະ​ດີດສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ Edward Sowden ອາ​ໄສ​ຊົ່ວຄາວຢູ່​ປະ​ເທດ​ນີ້. ຂໍ້​ຕົກລົງ​ນີ້ ​ໄດ້​ຊ່ວຍ​ໃຫ້ Sowden ຫຼີກ​ລ້ຽງ​ບັນດາ​ຄຳ​ກ່າວ​ປະກາດໂທດ​ເປັນ​ນັກ​ສືບ ​ຍ້ອນ​ເປີດ​ເຜີຍ​ລາຍການ​ສອດ​ແນມ​ຂອງ​ອາ​ເມ​ລິ​ກາ. ​ເພື່ອ​ຄັດຄ້ານ​ຂໍ້​ຕົກລົງ​ດັ່ງກ່າວ ພ້ອມ​ກັບ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ອື່ນ, ​ຫວ່າງ​ມໍ່ໆ​ມາ​ນີ້ທ່ານ Obama ​ໄດ້​ຍຸບ​​ເລີກການ​ເຈລະ​ຈາ​ຕາມ​ແຜນການທີ່​ໄດ້​ວາງ​ອອກ​ກັບ​ປະທານາທິບໍດີ​ລັດ​ເຊຍ ຢູ່​ມົດສກູ ກ່ອນ​ທີ່​ຈັດ​ກອງ​ປະຊຸມ​ຈີ 20. ​ແຕ່​ວ່າ, ​​​ໂຄສົກ​ທຳນຽບຂາວທ່ານ Jay Carnet ຍັງ​ຢືນຢັນ​ວ່າ ການ​ນຳ 2 ທ່ານ​ຈະ​ພົບ​ປະ​ກັນຢູ່ນະຄອນ Petersburg ​ໃນ​ໄລຍະ​ທ່ານ Putin ​ເປັນ​​ເຈົ້າພາບ​ກອງ​ປະຊຸມ​ສຸດ​ຍອດ ຈີ 20.

ຂ່າວ/ບົດ​ອື່ນ