ປະທານາທິບໍດີອາເມລິກາ ຢືນຢືນຄຳໝັ້ນສັນຍາກັບ ອາຊີ - ປາຊີຟີກຄືນໃໝ່

ປະທານາທິບໍດີອາເມລິກາ ຢືນຢືນຄຳໝັ້ນສັນຍາກັບ ອາຊີ - ປາຊີຟີກຄືນໃໝ່ - ảnh 1
(ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama)

(vovworld) - ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິ​ກາ ຖືກຍົກ​ອອກ​ມາ​ພາຍຫຼັງ​ຫາງ​ສຽງ​ພາກ​ພື້ນ​ມີຄວາມ​ສົງ​ໄສ​ກ່ຽວ​ກັບ​ການ​ບໍ່​ມີ​ໜ້າ​ຂອງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຢູ່​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ​ - ປາຊີ​ຝີ​ກ (APEC), ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່ ອີນ​ໂດ​ເນ​ເຊຍ.

        ກ່າວ​ຄຳ​ເຫັນ​ກັບ​ວົງການ​ນັກ​ຂ່າວ​ໃນ​ວັນ​ທີ 08 ຕຸລາ, ຢູ່​ນະຄອນ​ຫຼວງ ວໍ​ຊິງ​ຕັນ, ທ່ານ​ປະທານາທິບໍດີ Obama ຢືນຢັນ ການຫັນ​ໄປສູ່​ອາຊີ ​ແມ່ນ​​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ທຳນຽບຂາວ. ​ທ່ານ​ກໍ່​​ໄດ້ຕີ​ລາຄາ​ສູງ​​ຜົນງານ​ດ້ານ​ເສດຖະກິດ ​ແລະ ບົດບາດ​ຂອງ​ບັນດາ​ປະ​ເທດ​ອາຊີ ​ໃນ​ການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຢູ່ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ປະທານາ​ທິບໍດີ ອາ​ເມ​ລິ​ກາ ​ຖື​ວ່າ ການ​ບໍ່​ມີໜ້າ​ຂອງ​ທ່ານ​ຢູ່​ບັນດາ​ກອງ​ປະຊຸມ​​ສຳຄັນ​ຂອງ​ອີນ​ໂດ​ເນ​ເຊຍ ຈະ​ບໍ່​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ຮູບ​ພາບ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ ​ໃນ​ທະວີບ​ນີ້.

        ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານາທິບໍດີ Obama ​ຕ້ອງ​ຍຸ​ບ​ເລີກ​ການ​ໄປ​ປະຕິບັດ​ງານ​ເຖິງ 4 ປະ​ເທດອາຊີ, ​ໃນ​ນັ້ນ​ມີ​ການ​ໄປ​ຢ້ຽມຢາມ ບາ​ລີ, ປະ​ເທດ​ອີນ​ໂດ​ເນ​ເຊຍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ APEC, ຍ້ອນສະພາບ​ການ​ເມືອງບໍ່​ມີ​ທາງ​ອອກ​​ພາ​ໄປ​ເຖິງ​​ເລື່ອງລັດຖະບານ​ອາ​ເມ​ລິ​ກາ ຕ້ອງຢຸດຕິ​ການ​ເຄື່ອນ​ໄຫວ.
ຂ່າວ/ບົດ​ອື່ນ