ປະທານາທິບໍດີອາເມລິກາ ຢັບຢັ້ງຮ່າງກົດໝາຍວ່າດ້ວຍທໍ່ສົ່ງນ້ຳມັນ Keystone XL

ປະທານາທິບໍດີອາເມລິກາ ຢັບຢັ້ງຮ່າງກົດໝາຍວ່າດ້ວຍທໍ່ສົ່ງນ້ຳມັນ Keystone XL - ảnh 1
ທ່ານ​ປະທາ​ນາ​ທິ​ບໍດີ​ອາ​ເມ​ລິ​ກາ Barack Obama
(ພາບອີນເຕີແນດ)


(vovworld) – ວັນ​ທີ 24/02, ທ່ານ​ປະທາ​ນາ​ທິ​ບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຢັບຢັ້ງ​ຮ່າງ​ກົດ​ໝາຍວ່າ​ດ້ວຍ​ການ​ກໍ່ສ້າງລະບົບທໍ່​ສົ່ງ​ນ້ຳມັນ​ຈາກ ກາ​ນາ​ດາ ​ເຖິງ​​ໂຮງງານ​ກັນ​ນ້ຳ​ມັນ​ຢູ່ບັນດາ​ລັດ​ພາກ​ໃຕ້ ອາ​ເມ​ລິ​ກາ. ທ່ານ​ປະທານາທິບໍດີ Obama ຝາກ​ເຖິງ​ສະພາ​ສູງ​ອາ​ເມ​ລິ​ກາ ​ແລະ ຊີ້​ແຈ້ງວ່າ, ທ່ານ​ໄດ້​ຊັ່ງຊາ​ເມື່ອ​ນຳ​ໃຊ້​ສິດ​ອຳນາດຂອງ​ປະທານາທິບໍດີ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຢັບຢັ້ງ​ຮ່າງ​ກົດໝາຍ Keystone XL ​ແລະ “ຮັບຜິດຊອບ​ກ່ຽວ​ກັບ​ວຽກ​ງານ​ນີ້​ຕໍ່​ປະຊາຊົນ​ອາ​ເມ​ລິ​ກາ ຢ່າງ​ເຂັ້ມ​ງວດ”.

        ໂຄງການ​ສ້າງ​ລະບົບ​ທໍ່​ສົ່ງ​ນ້ຳ​ມັນ Keystone XL ຈາກ ກາ​ນາ​ດາ ​ໄປ​ຜ່ານ​ເຂດ​ດິນ​​ແດນ​ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​​ເລີ່​ມປະຕິບັດກ່​ອນນີ້ 6 ປີ ດ້ວຍ​ຍອດ​ຈຳນວນ​ເງິນ​ກວ່າ 8 ຕື້ USD. ​ໂຄງການດັ່ງກ່າວ​ໂດຍ​ບັນດາ​ນັກ​ສ້າງ​ກົດໝາຍຂອງ​ພັກສາ​ທາ​ລະນະ ​ແລະ ບັນດາ​ກຸ່ມ​ບໍລິສັດ​ນ້ຳມັນ​ສະໜັບສະໜູນ ​ໃນ​ຂະນະ​ທີ່​ບັນດາ​ສະມາຊິກ​ຂອງ​ພັກ​ປະຊາທິປະ​ໄຕ ​ແລະ ກຸ່ມ​ເຄື່ອນ​ໄຫວ​ກ່ຽວກັບ​ສິ່ງ​ແວດ​ລ້ອມ​ຢູ່​ທັງອາ​ເມ​ລິກາ ​ແລະ ກາ​ນາ​ດາ ຄັດຄ້ານ ຍ້ອນ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ຈະ​ທຳລາຍ​ສິ່ງ​ແວດ​ລ້ອມ ​ແລະ ລະບົບ​ນິ​ເວດ​ຢູ່​ຕາມ​ແຫ່ງ​​ທີ່​ທໍ່​ສົ່ງ​ນ້ຳມັນ​ແລ່ນ​ຜ່ານ.

ຂ່າວ/ບົດ​ອື່ນ