ປະທານາທິບໍດີອາເມລິກາກ່າວເຕືອນລົງໂທດຈີນ,ພິຈາລະນາຄືນຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາແລະສເກົາຫລີ

(VOVWORLD) -ວັນທີ 13 ກຸມພາ, ປະທານາທິບໍດີ ອາເມລິກາ Donald Trump ຖະແຫລງ ຈະພິຈາລະນາຄືນຂໍ້ຕົກລົງດ້ານການຄ້າກັບ ສເກົາຫລີ ເພື່ອແນໃສ່ຮັບປະກັນບັນດາມາດຕາສະດວກກວ່າ ພ້ອມທັງນາບຂູ່ຈະຈັດວາງບັນດາມາດຕະການລົງໂທດດ້ານການຄ້າໂຕ້ຕອບຕ້ານຄືນຈີນ.
ປະທານາທິບໍດີອາເມລິກາກ່າວເຕືອນລົງໂທດຈີນ,ພິຈາລະນາຄືນຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາແລະສເກົາຫລີ - ảnh 1 ຜະລິດຕະພັນເຫລັກກ້າຂອງຈີນ

ທີ່ການປະຊຸມກ່ຽວກັບດ້ານການຄ້າຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖື ຂໍ້ຕົກລົງດ້ານການຄ້າເສລີ (FTA) ໂດຍ ອາເມລິກາ ແລະ ສເກົາຫລີ ລົງນາມເມື່ອປີ 2012 ແມ່ນ “ສິ່ງທີ່ຊົ່ວຮ້າຍ” ເມື່ອບໍ່ນຳມາເຊິ່ງສິ່ງໃດນອກເຫນືອຄວາມເສຍຫາຍ. ທ່ານDonald Trump ມີຄຳໝັ້ນສັນຍາວ່າ ອາເມລິກາ ຈະເຈລະຈາຄືນ “ຂໍ້ຕົກລົງຍຸຕິທຳ” ຫລື ຍົກເລິກຂໍ້ຕົກລົງດັ່ງກ່າວຢ່າງສິ້ນເຊິງ.

ຕອບກັບ

ຂ່າວ/ບົດ​ອື່ນ