ປະທານາທິບໍດີອາເມລິກາຊົມເຊີຍໝາກຜົນການພົບປະສຸດຍອດກັບການນຳສປປ.ເກົາຫຼີ

(VOVWORLD) -ວັນທີ 13 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ສະແດງຄວາມເອກອ້າງທະນົງໃຈຕໍ່ໝາກຜົນກອງປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງທ່ານກັບການນຳສປປ.ເກົາຫຼີ Kim Jong un ຢູ່ສິງກະໂປ ໃນວັນທີ 12 ມິຖຸນາ.

ປະທານາທິບໍດີອາເມລິກາຊົມເຊີຍໝາກຜົນການພົບປະສຸດຍອດກັບການນຳສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AFP/TTXVN)

ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານປະທານາທິບໍດີ Trump ຢືນຢັນວ່າ “ບັນດາບາດກ້າວເດີນໃຫຍ່ແມ່ນບັນລຸໄດ້ໃນວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ”, ພ້ອມທັງໃຫ້ຮູ້ວ່າ ໄດ້ມີການພົວພັນຢ່າງດີງາມກັບການນຳ Kim Jong un, ເຊິ່ງແມ່ນຜູ້ທີ່ທ່ານຢາກ “ເຫັນບັນດາສິ່ງທີ່ດີງາມທີ່ມີຕໍ່ແກ່ປະເທດຊາດ”.

      ພາຍຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດຢູ່ສິງກະໂປ, ການນຳອາເມລິກາ ແລະ ສປປ.ເກົາຫຼີ ໄດ້ເຊັນຖະແຫຼງການຮ່ວມ 4 ຂໍ້, ໃນນັ້ນການນຳ Kim Jong un ຢືນຢັນຄຳໝັ້ນສັນຍາຂອງຕົນຄືນໃໝ່ສຳລັບ “ວິວັດທະນາການປອດນິວເຄຼຍຢ່າງສິ້ນເຊີງ” ໃນແຫຼມເກົາຫຼີ. ສ່ວນວໍຊິງຕັນ ກໍ່ຈະຮັບປະກັນຄວາມໝັ້ນຄົງໃຫ້ແກ່ພຽງຢາງ, ຢຸດຕິການຊ້ອມຮົບຮ່ວມກັບເຊີອູນ, ໃນໄລຍະດຳເນີນການເຈລະຈາທີ່ມີເຈດຕະນາດີລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ