ປະທານາທິບໍດີອາເມລິກາຖະແຫຼງຈະຈັດວາງພາສີເພີ່ມເຕີ່ມ 10% ສຳລັບສິນຄ້າ ທີ່ມີມູນຄ່າ 300 ຕື້ USD ຂອງຈີນ

(VOVWORLD) -ວັນທີ 01 ສິງຫາ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ, ຈະຈັດວາງພາສີເພີ່ມເຕີ່ມ 10% ສຳລັບຈຳນວນສິນຄ້າທີ່ມີມູນຄ່າ 300 ລ້ານ USD ຂອງຈີນ ນັບແຕ່ວັນທີ 01 ກັນຍາ ຈະມາເຖິງ

ໃນສະພາບບັນດາການເຈລະຈາທີ່ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກ ສືບຕໍ່ດຳເນີນ.

        ໃນສື່ສັງຄົມອອນລາຍ Twitter, ທ່ານ D.Trump ໄດ້ຂຽນວ່າ “ນັບແຕ່ວັນທີ 01 ກັນຍາ ຈະມາເຖິງ, ອາເມລິກາ ຈະຈັດວາງບ້ວງພາສີນ້ອຍເພີ່ມເຕີ່ມ 10% ສຳລັບຈຳນວນສິນຄ້າທີ່ຍັງເຫຼືອ ທີ່ມີມູນຄ່າ 300 ຕື້ USD ຈາກຈີນ” ແລະ ສິ່ງດັ່ງກ່າວບໍ່ໄດ້ລວມເອົາທັງຈຳນວນສິນຄ້າທີ່ມີມູນຄ່າ 250 ຕື້ USD ເຊິ່ງພວມຖືກຈັດວາງອັດຕາພາສີ 25%.

ຕອບກັບ

ຂ່າວ/ບົດ​ອື່ນ