ປະທານາທິບໍດີອາເມລິກາປະກາດນະໂຍບາຍໃໝ່ສຳລັບກູບາ

(VOVWORLD) -ໃນຂໍ້ຕົກລົງທີ່ໄດ້ຮັບຖືວ່າແມ່ນບາດກ້າວຖອຍຫຼັງໃນທ່າອ່ຽງພັດທະນາຂອງການພົວພັນ 2 ຝ່າຍໃນໄລຍະຜ່ານມາ, ວັນທີ 16 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ປະກາດການປ່ຽນແປງບາງຢ່າງໃນນະໂຍບາຍຂອງອາເມລິກາ ສຳລັບກູບາ.

ປະທານາທິບໍດີອາເມລິກາປະກາດນະໂຍບາຍໃໝ່ສຳລັບກູບາ - ảnh 1 ທ່ານປະທານາທິບໍດີ Donald Trump

(ພາບປະກອບ: Reuters)

ຕາມນັ້ນແລ້ວ, ທ່ານປະທານາທິບໍດີ Donald Trump ຖະແຫຼງຍົກເລີກ “ນະໂຍບາຍສົ້ນດຽວ” ກັບກູບາ ຈາກສະໄໝອະດີດປະທານາທິບໍດີອາເມລິກາ Barack Obama ແລະ ຂໍ້ຕົກລົງດັ່ງກ່າວຈະມີຜົນສັກສິກໂດຍທັນທີ. ອາເມລິກາ ໄດ້ຮັດແໜ້ນບັນດາຂໍ້ກຳນົດກ່ຽວກັບການໄປມາ, ຫ້າມພົນລະເມືອງອາເມລິກາ ທຳມາຫາກິນກັບບໍ່ວ່າວິສາຫະກິດແຫ່ງລັດໃດ ມີການພົວພັນກັບກອງທັບ ແລະ ກຳລັງປ້ອງກັນຄວາມສະຫງົບກູບາ, ຢຸດຕິທຸກການພົວພັນແລກປ່ຽນປະຊາຊົນ ແລະ ພຽງອະນຸຍາດໃຫ້ດຳເນີນບັນດາການຢ້ຽມຢາມຍາດຕິພີ່ນ້ອງ. ນະໂບາຍໃໝ່ຂອງທ່ານປະທານາທິບໍດີ Donald Trump ຍັງສືບຕໍ່ຮັກສາການພົວພັນທາງການທູດລະຫວ່າງ 2 ປະເທດ, ຮັກສາການເຄື່ອນໄຫວຂອງສະຖານທູດ 2 ປະເທດ, ກໍ່ຄືອະນຸຍາດໃຫ້ບັນດາບໍລິສັດການບິນ ແລະ ຂົນສົ່ງທາງທະເລຂອງອາເມລິກາ ຂຸດຄົ້ນການບໍລິການເຖິງປະເທດເກາະ Caribe ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ