ປະທານາທິບໍດີອາເມລິກາປະຕິເສດຮ່າງກົດໝາຍອະນຸຍາດໃຫ້ຜູ້ປະສົບເຄາະຮ້າຍໃນເຫດການ11/9ຮ້ອງຟ້ອງອາຣັບບີຊາອຸດິ

ປະທານາທິບໍດີອາເມລິກາປະຕິເສດຮ່າງກົດໝາຍອະນຸຍາດໃຫ້ຜູ້ປະສົບເຄາະຮ້າຍໃນເຫດການ11/9ຮ້ອງຟ້ອງອາຣັບບີຊາອຸດິ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ Obama

(vovworld) - ​ວັນ​ທີ 23/9, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​ຄັດ​ຄ້ານ​ຮ່າງ​ກົດ​ໝາຍ “ຄວາມ​ຍຸ​ຕິ​ທຳ​ຕ້ານ​ການ​ກະ​ທຳ​​​ຊ​່ວຍ​ເຫຼືອກໍ່​ການ​ຮ້າຍ” (JASTA). ນີ້​ແມ່ນ​ຮ່າງ​ກົດ​ໝາຍ​ອະ​ນຸ​ຍາດ​ໃຫ້​ຄອບ​ຄົວ ແລະ ຍາດ​ຕິ​ພີ່​ນ້ອງ​ຂອງ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ການ​ບຸກ​ໂຈມ​ຕ​ີ​ເມື່ອ​ວັນ​ທີ 11/9/2001 ຮ້ອງ​ຟ້ອ​ງ ອາ​ຣັບ​ບີ ຊາ​ອຸ​ດິ. ​ຄຳ​ຕັດ​ສິນ​ດັ່ງ​ກ່າວ​ມີ​ໄພ​ເຮັດ​ໃຫ້​ເພີ່ມ​ທະ​ວີ​ຈິດ​ຕະບໍ່​ພໍ​ໃຈ​ໃນ​ມະ​ຫາ​ຊົນ ແລະ ການ​ກະ​ທຳ​ຄັດ​ຄ້ານ​ຈາກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ. ເຖິງວ່າໄດ​້​ສະ​ແດງ “ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເລິກ​ເຊິ່ງ” ຕໍ່​ຄອບ​ຄົວ ຜູ້​ປະ​ສົບ​ເຄາະ​ຮ້າຍເຫດ​ການ 11/9 ກໍ່​ຕາມ ແຕ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ຖື​ວ່າ​ຮ່າງ​ກົດ​ໝາຍ JASTA ຈະ “ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ບັນ​ດາ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ ອາ​ເມ​ລິ​ກາ”. ຖ້າ​ຫາກ​ຮ່າງ​ກົດ​ໝາຍນີ້​ໄດ່​້​ຮັບ​ການ​ປະ​ກາດ​ໃຊ​​້, ການ​ພົວ​ພັນ​ສຳ​ພັນ​ທະ​ມິດ​ທີ່​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຣັບ​ບ​ີ ຊາ​ອຸ​ດິ ມີ​ໄພ​ເພີ່ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ. ທຳ​ນຽບ​ຂາວຢັ້ງ​ຢືນ​ວ່າ: ທ່ານ Obama ​ປະ​ຕິ​ເສດ​ຮ່າງ​ກົດ​ໝາຍນ​ີ້​ຍ້ອນ​ມີ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຣັບ​ບ​ີ ຊາ​ອຸ​ດິ ເທົ່າ​ນັ້ນ ແລະ ​ລັດ​ຖະ​ບານ ອາ​ເມ​ລິ​ກາ ມີ​ຄວາມ​ວິ​ຕົກ​ວັງ​ວົນ​ຍ້ອ​ນ JASTA ຈະ​ສ້າງ​ປ​ະ​ຖົມ​ປັດ​ໄຈ​ທ​ີ່​ອັນ​ຕະ​ລາຍ​ໃນ​ດ້ານ​ນິ​ຕິ​ທຳ ແລະ ທຳ​ລາຍຫຼັກ​ການ​ສິດ​ຍົກ​ເລີກ​ນິ​ຕິ​ທຳ​ຂອງ​ປະ​ເທດ​ໜຶ່ງ​.


ຂ່າວ/ບົດ​ອື່ນ