ປະທານາທິບໍດີອາເມລິກາຢັ້ງຢືນISຈະຖືກໂຈມຕີໃຫ້ປະລາໄຊ

ປະທານາທິບໍດີອາເມລິກາຢັ້ງຢືນISຈະຖືກໂຈມຕີໃຫ້ປະລາໄຊ - ảnh 1
ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
ແລະ ​ທ່ານ​ລັດຖະມົນຕີ​ອີຣັກ Haider al Abadi
(ພາບ: AFP/TTXVN)


​(vovworld) -  ວັນ​ທີ 08/06, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ວ່າ, ກຸ່ມ​ລັດ​ອິດສະລາມ (IS) ອ້າງ​ຊື່​​ເອງ ຈະ​ຖືກ​​ໂຈມຕີ​ອອກ​ຈາກ​ອີຣັກ, ​ແຕ່​ຄວາມ​ມານະ​ພະຍາຍາມ​ນີ້​ຕ້ອງ​ໃຊ້​ເວລາ​ ​ແລະ ຈຳ​ເປັນຕ້ອງ​ສ້າງ​ຕັ້ງ​ລັດຖະບານ​ຫຼາຍ​ຝ່າຍ​ຢູ່​ ​ແບກ​ແດດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ອີຣັກ Haider al Abadi ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ ຈີ 7, ຢູ່​ເຢຍລະ​ມັນ, ທ່ານ​ປະທານາທິບໍດີ Obama ຢືນຢັນ​ວ່າ ອາ​ເມ​ລິ​ກາ​ ຈະ​ສືບ​ຕໍ່​ເ​ພີ່​ມທະວີ​ການ​ຝຶກ​ຊ້ອມ ​ແລະ ໜູນ​ຊ່ວຍ​ທະຫານ​ອີຣັກ ​ເພື່ອ​ໃຫ້​ເຂົ້າ​ເຈົ້າ​ສາມາດ​ບຸກ​ໂຈມ​ຕີ ຫາກ​ບໍ່​ພຽງ​ແຕ່​ຮັກສາ​ການ​ເຄື່ອນ​ໄຫວ ຫຼື ປ້ອງ​ກັນ. ສ່ວນ​ທ່ານ​ນາຍົກລັດຖະມົນຕີ ອີຣັກ ​ໄດ້​ກະຕຸກ​ຊຸກຍູ້​ປະຊາ​ຄົມ​ສາກົນ ຊ່ວຍ​ສະກັດ​ກັ້ນ IS ຫາ​ເງິນ​ຈາກ​ການ​ຄ້າ​ເຖື່ອນນ້ຳມັນ. ທ່ານ​ເນັ້ນ​ນັກ​ວ່າ, ທະຫານ​ອີຣັກ ​ຍາດ​ໄດ້​ໄຊຊະນະ​ໃນ​​ການ​ປະ​ທະ​ກັນຈຳນວນ​ໜຶ່ງ ​ແລະ ​ເລື່ອງ​​ເມືອງ​ເອກ Ramadi ​ແຂວງ Anbar ຖືກ​ປິດ​ລ້ອມພຽງ​ແຕ່​ແມ່ນ​ຊົ່ວຄາວ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ