ປະທານາທິບໍດີອາເມລິກາຢັ້ງຢືນຄວາມສຳຄັນຂອງການພົວພັນກັບNATOແລະEUຄືນໃໝ່

ປະທານາທິບໍດີອາເມລິກາຢັ້ງຢືນຄວາມສຳຄັນຂອງການພົວພັນກັບNATOແລະEUຄືນໃໝ່ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ຢູ່​ເອ​ແທນ
(ພາບ: EPA/TTXVN)

(vovworld) - ເອີ​ລົບ​ສາ​ມັກ​ຄີ ແລະ ໝັ້ນ​ຄົງ​ເຂັ້ມ​ແຂງແມ່ນ “ສິ່ງ​ທີ່​ດີ​ງາມ” ສຳ​ລັບ ອາ​ເມ​ລິ​ກາ, ໃນ​ຂະ​ນະ​ທີ່​ອົງ​ການ NATO ມີ​ບົດ​ບາດ​ສຳ​ຄັນ​ຍິ່ງ​ສຳ​ລັບ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ ວໍ​ຊິງ​ຕັນ. ນີ້​ແມ່​ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໃນ​ຂະ​ນະ​ທີ່​ພວມ​ຢ້ຽມ​ຢາມ ເກຼັກ ໃນ​ວັນ​ທີ 15/11, ເຊິ່ງ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ ເອີ​ລົບ ​ເປັນຄັ້ງ​ສຸດ​ທ້າຍ​ກ່ອນ​ທີ່​​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ. ເມື່ອ​ໄປ​ຮອດ ເກຼັກ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ເຈ​ລະ​ຈາ​ກັບ​ຄູ່​ຕຳ​ແໜ່ງ​ປະ​ເທດ​ເຈົ້າ​ພາບ Prokopis Pavlopoulos ຢູ່​ນະ​ຄອນຫຼວງ ເອ​ແທນ. ທ່ານ Obama ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອ​ງ​ການ​ພົ​ວ​ພັນ​ຂ້າມ​ມະ​ຫາ​ສະ​ໝຸດ​ອັດ​ລັງ​ຕິກ, ຖື​ວ່າ ນີ້​ແມ່ນ​ພື້ນ​ຖານ​ໃຫ້​ແກ່​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ທັງ 2 ຝ່າຍ ແລະ ສິ່ງ​ດັ່ງ​ກ່າວບໍ່​ມີ​ການ​ປ່ຽນ​ແປງບໍ່​ວ່າ​ພາຍ​ໃຕ້​ອຳ​ນາດ​ການ​ປົກ​ຄອງ​ໃດ​ຢູ່ ອາ​ເມ​ລິ​ກາ. ກ່ຽ​ວ​ຂ້ອງ​ເຖິງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ NATO, ອີກ​ເທື່ອ​ໜຶ່ງທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ​ໄດ້ເຮັດ​ໃຫ້​ອຸ່ນ​ໃຈ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ​ການ​ທະ​ຫານ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ໜ້າ​ບັນ​ດາ​ຄວາມ​ລະ​ແວງ​ສົງ​ໄສວ່າ: ວໍ​ຊິງ​ຕັນ ພາຍ​ໃຕ້​ອຳ​ນາດ​ການ​ປົກ​ຄອງ​ຂອງທ່ານ​ປະ​ທານ​ທິບໍ​ດີ​ຜ​ູ້​ຫາກໍ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ Donald Trump ຈະ​​ດັດປັບ​​ນະ​ໂຍ​ບາຍ​ກັບ NATO, ລະ​ອຽດ​ແມ່ນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ ອາ​ເມ​ລິ​ກາ ໃນ​ກຸ່ມ NATO ແລະ ເລື່ອງ ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ພຽງ​ບັນ​ດາ​ປະ​ເທດພັນ​ທະ​ມິດ​ຖ້າ​ຫາກ​ບັນ​ດາ​ປະ​ເທດນີ້​ຕອບ​ສະ​ໜອງ​​ສຳ​ລັບ ວໍ​ຊິ​ງ​ຕັນ ຢ່າງ​ພຽງ​ພໍ. ອີກ​ເທື່ອ​ໜຶ່ງ​ທ່ານ Obama ເນັ້ນ​ໜັກ​ວ່າ ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ, ໂດຍ​ພັກ​ສາ​ທາ​ລ​ະ​ນະ ຫຼື ພັກ​ປະ​ຊາ​ທິ​ປະ​ໄຕ ນຳ​ພາ, ລ້ວນ​ແຕ່​ຮັບ​ຮູ້​ແຈ້ງ​ບົດ​ບາດ​ກຸ່ມສຳ​ຄັນ​ຂອງ​ສຳ​ພັນ​ທະ​ມິດ​ການ​ທະ​ຫານນີ້.


ຂ່າວ/ບົດ​ອື່ນ