ປະທານາທິບໍດີເຕິກກີຖະແຫຼງປະຕິຮູບກຳລັງປະກອບອາວຸດ

ປະທານາທິບໍດີເຕິກກີຖະແຫຼງປະຕິຮູບກຳລັງປະກອບອາວຸດ - ảnh 1
ກອງທັບ ຕວກກີ (ພາບ: ອິນເຕີແນັດ)

(vovworld) - ກອງທັບ ​ເຕິ​ກກີ ຈະຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ໂດຍ​ກົງ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພ້ອມ​ກັນ​ນັ້ນ​ບັນດາ​ວິທະຍາຄານການ​ທະຫານ​ຈະ​ຖືກ​ຍົກ​ເລີກ. ບັນດາ​ການ​ປ່ຽນ​ແປງ​ນີ້, ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ມາດ​ຕະການ​ປະຕິ​ຮູບ​ກຳລັງ​ປະກອບ​ອາວຸດ​ຕາມ​ຖະ​ແຫຼ​ງການຂອງ​ທ່ານ​ປະທານາທິບໍດີ ​ເຕິ​ກກີ Tayyip Erdogan ​ໃນ​ວັນ​ທີ 30/7. ທ່ານ Erdogan ​ເນັ້ນ​ໜັກ​ວ່າ​ກຳລັງ​ປະກອບ​ອາວຸດ​ຂອງ ​ເຕິ​ກກີ​ຈະ​ເຂັ້ມ​ແຂງ​ກວ່າ​ພາຍຫຼັງ​ການ​ປະຕິຮູບ​ນີ້. ຕາມ​ນັ້ນ​​ແລ້ວ, ບັນດາ​ກອງ​ບັນຊາ​ການທະຫານ ຕ້ອງ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ໂດຍ​ກົງ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ. ນອກ​ນັ້ນ, ທ່ານ Erdogan ກໍ່​ຫວັງ​ວ່າ​ບັນດາ​ການ​ນຳ​ສືບ​ລາຊະ​ການ​ລັບ​ແຫ່ງ​ຊາດ ​ແລະ ກອງ​ເສນາ​ທິການ​ຕ້ອງ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ໂດຍ​ກົງ​ຂອງ​ປະທານາທິບໍດີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຢາກ​ເຮັດ​ສິ່ງ​ດັ່ງກ່າວ​ໃຫ້ໄດ້, ​ແມ່ນ​ຕ້ອງ​ມີ​ການ​ປັບປຸງ​ລັດຖະທຳ​ມະນູນ, ໝາຍ​ຄວາມ​ວ່າ​ຈຳ​ເປັນ​ຕ້ອງ​ມີ​ການ​ຮ່ວມ​ມື​ກັບ​ບັນດາ​ພັກ​ຝ່າຍ​ຄ້ານ.

 

 

ຂ່າວ/ບົດ​ອື່ນ