ປະທານເອີລົບ ໄປຍັງ Tunisia ເພື່ອຊຸກຍູ້ບັນຫາອົບພະຍົບ

(VOVWORLD) - ການສະໜອງບ້ວງໜູນຊ່ວຍການເງິນຂຶ້ນເຖິງ 1 ຕື້ເອີໂຣ ໃຫ້ແກ່ Tunisia; ຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນ, ພະລັງງານ, ການຫັນປ່ຽນພະລັງງານ ແລະ ພິເສດແມ່ນການຄຸ້ມຄອງຊາວອົບພະຍົບ.
ປະທານເອີລົບ ໄປຍັງ Tunisia ເພື່ອຊຸກຍູ້ບັນຫາອົບພະຍົບ - ảnh 1ທ່ານນາງປະທານຄະນະກຳມະການເອີລົບ Usurla Von der Layen
(ພາບ:EPA-EFE)

ວັນທີ 15 ກໍລະກົດ, ທ່ານນາງປະທານຄະນະກຳມະການເອີລົບ Usurla Von der Layen ພ້ອມກັບນາຍົກລັດຖະມົນຕີ ອີຕາລີ Giorgia Meloni ແລະ ນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ໄປຍັງ Tunisia ເພື່ອຊຸກຍູ້ຂໍ້ຕົກລົງການພົວພັນຄູ່ຮ່ວມມືເສດຖະກິດ, ການເມືອງ ແລະ ພິເສດແມ່ນການຮ່ວມມືແກ້ໄຂເລື່ອງຂະບວນຄົນຂ້າມທະເລໂອເຊອາເນ ເຂົ້າເອີລົບແບບຜິດກົດໝາຍ. ການຢ້ຽມຢາມເພື່ອແນໃສ່ມຸ່ງໄປເຖິງຂໍ້ຕົກລົງການພົວພັນຄູ່ຮ່ວມມືສັງລວມໂດຍອີງໃສ່ 5 ເສົາຄຳ້, ໃນນັ້ນມີ: ການສະໜອງບ້ວງໜູນຊ່ວຍການເງິນຂຶ້ນເຖິງ 1 ຕື້ເອີໂຣ ໃຫ້ແກ່ Tunisia; ຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນ, ພະລັງງານ, ການຫັນປ່ຽນພະລັງງານ ແລະ ພິເສດແມ່ນການຄຸ້ມຄອງຊາວອົບພະຍົບ.

          ນີ້ແມ່ນຄັ້ງທີ 2 ໃນຮອບເວລາພຽງໜຶ່ງເດືອນ, ຄະນະປະຕິບັດງານເອີລົບ ໂດຍປະທານຄະນະກຳມະການເອີລົບ ນຳໜ້າພ້ອມກັບນາຍົກລັດຖະມົນຕີ ອີຕາລີ ແລະ ນາຍົກລັດຖະມົນຕີ ໂຮນລັງ ໄປຢ້ຽມຢາມ Tunisia.

          ໃນການຢ້ຽມຢາມເມື່ອຕົ້ນເດືອນ ມິຖຸນາ ປີນີ້, ຄະນະປະຕິບັດງານເອີລົບ ໄດ້ເຊັນບົນບັນທຶກຊ່ວຍຈຳກັບ Tunisia, ໃນນັ້ນໝັ້ນໝາຍບ້ວງໜູນຊ່ວຍການເງິນຂຶ້ນເຖິງ 1 ຕື້ ເອີໂຣ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການເມືອງ ແລະ ພິເສດແມ່ນແກ້ໄຂບັນຫາຊາວອົບພະຍົບ ເຂົ້າເອີລົບຢ່າງຜິດກົດໝາຍ

ຕອບກັບ

ຂ່າວ/ບົດ​ອື່ນ