ປະທານແນວໂຮມປະເທດຊາດນະຄອນຮ່າໂນ້ຍຢ້ຽມຢາມແລະເຮັດວຽກຢູ່ອົດສະຕາລີ

ປະທານແນວໂຮມປະເທດຊາດນະຄອນຮ່າໂນ້ຍຢ້ຽມຢາມແລະເຮັດວຽກຢູ່ອົດສະຕາລີ - ảnh 1
ຄະ​ນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມ​ຢາມ, ເຮັດ​ວຽກ​ກັບ
​ສະ​ຖານ​ທ​ູ​ດ​ຫວຽດ​ນາມ ປະ​ຈຳ​ອົດ​ສະ​ຕາ​ລີ
(ພາບ: baomoi.com)

(vovworld) – ຄະ​ນະ​ຜູ້​ແທນ​ຂັ້ນ​ສູ​ງ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອ​ນ​ຮ່າ​ໂນ້ຍ ໂດຍ​ທ່ານ ວ​ູ​ຮົ່ງ​ແຂງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ຮ່າ​ໂນ້ຍ ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ອົດ​ສະ​ຕາ​ລີ ໃນ​ລະ​ຫວ່າງວັນ​ທີ 02 – 09/09. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ ແລະ ເຮັດ​ວຽ​ກ​ຢູ່​ອົດ​ສະ​ຕາ​ລີ, ຄະ​ນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມ​ຢາມ, ເຮັດ​ວຽກ​ກັບ​ສະ​ຖານ​ທ​ູ​ດ​ຫວຽດ​ນາມ ປະ​ຈຳ​ອົດ​ສະ​ຕາ​ລີ, ຫົວ​ໜ້າ​ກົງສູນ​ໃຫຍ່ຫວຽດ​ນາມ ປະ​ຈຳ Sydney, ​ໄດ້ພົ​ບ​ປະ​ກັບ​ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ຫວຽດ​ນ​າມ ອາ​ໄສ​ຢູ່ Sydney ແລະ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ຢູ່ອົດ​ສະ​ຕາ​ລີ. ໃນ​ບັນ​ດາ​ການ​ເຮັດ​ວຽກ, ທ່ານ ວ​ູ​ຮົ່ງ​ແຂງ ໄດ້​ແຈ​້ງ​​ໃຫ້​ຊາບກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​​ຫຼວງນະ​ຄອນ​ຮ່າ​ໂນ້ຍ ແລະ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ ແບ່ງ​ປັນ, ເອ​ົາ​ໃຈ​ໃສ່, ລົງ​ທຶນ, ປະ​ກອບ​​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ ເວົ້າ​ສະ​ເພາະ ແລະ ທົ່ວ​ປະ​ເທດ​ເວົ້າ​ລວ​ມ.

ຂ່າວ/ບົດ​ອື່ນ