ປະມວນໜັງສືພິມເນື່ອງໃນໂອກາດສະເຫຼີມສະຫຼອງວັນການປະຕິວັດເດືອນ 8

 (vovworld) - ມື້​ນີ້, ທົ່ວ​ປວງ​ຊົນ​ຫວຽດນາມ​ ໄດ້​ຈັດ​ພິທີສະ​ເຫຼີ​ມ ສະຫຼອງວັນ​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ 8/1945. ​ເນື່ອງ​ໃນ​ໂອກາດ​ນີ້, ໜັງສື​ພິມ​ຕ່າງໆ​ທີ່​ຈຳໜ່າຍ​ຢູ່​ຫວຽດນາມ​ ລ້ວນ​ແຕ່​ລົງ​ພິມ​ໃນ​ໜ້າ​ທຳ​ອິດຂ່າວ, ບົດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ ພ້ອມ​ກັບ​ບັນດາ​ບົດ​ນຳ​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ບົດຮຽນ​ໃຫຍ່ ​ເຊິ່ງການ​ປະຕິວັດ​ນີ້​ໄດ້​ນຳ​ມາ​ໃຫ້.

ປະມວນໜັງສືພິມເນື່ອງໃນໂອກາດສະເຫຼີມສະຫຼອງວັນການປະຕິວັດເດືອນ 8 - ảnh 1
(ພາບ: google.com.vn)

        ບົດ​ນຳ​ໃນໜັງສືພິມ Quan doi Nhan dan (ກອງທັບ​ປະຊາຊົນ) ​ໄດ້ຢັ້ງຢືນ​ວ່າ​ໜຶ່ງ​ໃນ​ບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ​ຂອງ​ການ​ປະຕິວັດ​ນັ້ນ​ແມ່ນ​ການ​ເຕົ້າ​ໂຮມ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ໂດຍ​ທ່ານ​ປະທານ ​ໂຮ່ຈີ​ມິນ​ຜູ້​ຍິ່ງ​ໃຫຍ່ເປັນ​ຜູ້ນຳ. ພັກ​ໄດ້​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ​ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງສະ​ແຫວ​ງຫາ​ການ​ຊ່ວຍ​ເຫຼືອ ​ແລະ ການ​ສະໜັບສະໜູນ​ຈາກ​ບັນດາ​ກຳລັງ​ທີ່​ກ້າວໜ້າ​ຢູ່​ໃນ​ໂລກ, ສ້າງ​ເປັນ​ກຳລັງ​ແຮງ​ເພື່ອ​​ສ້າງ​ບັນດາ​ຜົນງານ​ໃໝ່​ໃຫ້​ແກ່​ປະ​ເທດ​ຊາດ.

        ​ບົດ​ນຳ​ທີ່ລົງ​ພິມ​ໃນໜັງສືພິມ Nhan dan (ປະຊາຊົນ) ດ້ວຍ​ຫົວ​ຂໍ້​ວ່າ ”​ເສີມ​ຂະຫຍາຍ​ຈິດ​ໃຈການ​​ປະຕິວັດ​ເດືອນ 8, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ທຸກ​ຢ່າງ, ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ” ​ໄດ້​ເນັ້ນ​ໜັກ​ວ່າ​ຜົນງານ ​ແລະ ບັນດາ​ບົດຮຽນ​ປະຫວັດສາດ​ອັນ​ລ້ຳ​ຄ່າ​ຂອງ​ການ​ປະຕິວັດ​ເດືອນ 8 ​​ໄດ້ເປີດ​ສາກ​ໃຫ້​ແກ່​ບັນດາ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ເຊິ່ງປະຊາຊົນ​ຫວຽດນາມ​ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ປະທານ ​ໂຮ່ຈີ​ມິນ​ ຍາດ​ມາ​ໄດ້​ໃນ​ການ​ຕໍ່ຕ້ານ​ກູ້​ຊາດ, ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ເຊິ່ງຈຸດ​ສູງ ​ແມ່ນ​ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຝູ​ ເມື່ອ​ປີ 1954, ມະຫາ​ໄຊ​ໃນ​ລະດູບານ​ໃໝ່ 1975. ຈິດ​ໃຈ​ຂອງ​ການ​ປະຕິວັດ​ເດືອນ 8 ​ໄດ້​ສ້າງ​ທ່ວງທ່າ ​ແລະ ກຳລັງ​ແຮງ ນຳ​ປະ​ເທດ​ກ້າວ​​ເຂົ້າ​ໄລຍະ​ພັດທະນາ​ໃໝ່, ​ໄລຍະ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ