ປະຢັດ, ຕ້ານການຟູມເຟື້ອຍ, ນຳໃຊ້ເງິນລົງທຶນສາທາລະນະຢ່າງມີປະສິດທິຜົນ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບໝາກຜົນການປະຕິບັດການປະຢັດ, ຕ້ານການຟູມເຟືອຍປີ 2021.
ປະຢັດ, ຕ້ານການຟູມເຟື້ອຍ, ນຳໃຊ້ເງິນລົງທຶນສາທາລະນະຢ່າງມີປະສິດທິຜົນ - ảnh 1(ກອງປະຊຸມເທື່ອທີ 10 ຄະນະປະຈຳສະພາແຫ່ງຊາດ)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມເທື່ອທີ 10, ຕອນເຊົ້າວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບໝາກຜົນການປະຕິບັດການປະຢັດ, ຕ້ານການຟູມເຟືອຍປີ 2021. ນີ້ແມ່ນໜຶ່ງໃນບັນດາເນື້ອໃນເຊິ່ງຜູ້ມີສິດເລືອກຕັ້ງ, ປະຊາຊົນມີຄວາມສົນໃຈທີ່ສຸດ. ໂດຍສະເພາະແມ່ນການນຳໃຊ້ແຫຼ່ງເງິນລົງທຶນສາທາລະນະຢ່າງມີປະສິດທິຜົນ ຍ້ອນການລົງທຶນສາທາລະນະມີຄວາມໝາຍສຳຄັນ, ແມ່ນໄມ້ງັດທີ່ມີຕໍ່ການພັດທະນາເສດຖະກິດ-ສັງຄົມ.

        ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ເລື່ອງເພີ່ມເຕີມແຜນງົບປະມານສູນກາງປີ 2022 ແລະ ບົດລາຍງານໝາກຜົນການຕິດຕາມກວດກາຫົວເລື່ອງ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງ ນັບແຕ່ເມື່ອກົດໝາຍວ່າດ້ວຍຜັງເມືອງ ເລີ່ມມີຜົນສັກສິດ”.

ຕອບກັບ

ຂ່າວ/ບົດ​ອື່ນ