ປະສານສົມທົບໂພສະນາການກັບຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ເດັກ

ປະສານສົມທົບໂພສະນາການກັບຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ເດັກ  - ảnh 1
(ພາບ​ປະ​ກອບ)


(vovworld)- ຕອນ​ເຊົ້າ​ວັນ​ທີ 5/10, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໄດ້ຈັດກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ເລີ່ມ​ດຳ​ເນີນ ແລະ ສ້າງ​ແຜນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ “ປະ​ສານ​ສົມ​ທົບ​ໂພ​ສະ​ນາ​ການ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ໃຫ້​ແກ່​ເດັກ ແລະ ກຸ່ມ​ມີ​ຄວາມ​ສ່ຽງ​ໄພ​ສູງຢູ່​ຫວຽດ​ນາມ” ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ພ້ອມ​ກັບ​ຜູ້​ຕາງ​ໜ້າ​ອົງ​ການ ສ.ປ.ຊ ປະ​ຈຳ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ແທ່ງ​ລອງ ລັດ​ຖະ​ມົນ​ຕີ​​ຊ່ວຍ​ວ່າ​ການ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຢືນ​ຢັນ​ວ່າ ໂຄງ​ການ​ແມ່ນ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍກໍ່​ສ້າງ, ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ນຳ ແລະ ແຊກ​ແຊງ​ການປະ​ສານ​ສົມ​ທົບ​ໂພ​ສະ​ນາ​ການ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​; ປະ​ກອບ​ສ່ວນຫຼຸດ​ຜ່ອນ​ອັດ​ຕາ​ເດັກຂາດ​ທາດ​ບຳ​ລຸງໃນ​ເກນ​ອາ​ຍຸຕ່ຳ​ກ່​ວາ 5 ປີ ຂອງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ໂພ​ສະ​ນາ​ການ​ໄລ​ຍະ 2011-2020.
ຂ່າວ/ບົດ​ອື່ນ