ປະເທດ ຝຣັ່ງ ຈະພ້ອມກັບ ອີຢູ ກ້າວເດີນ

(VOVWORLD) - ທ່ານ Emmanuel Macron, ນັກການເມືອງທີ່ມີທັດສະນະເປັນກາງ, ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ດ້ວຍການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງຝຣັ່ງກ່ວາ 45 ລ້ານຄົນໃນວັນທີ 7/5. 
ປະເທດ ຝຣັ່ງ ຈະພ້ອມກັບ ອີຢູ ກ້າວເດີນ - ảnh 1ທ່ານປະທານາທິບໍດີ ຝຣັ່ງ ຄົນໃໝ່ Emmanuel Macron 

ໄຊຊະນະຂອງທ່ານ Emmanuel Macron, ບໍ່ພຽງແຕ່ໄດ້ຈົດຈຳເຂົ້າໜ້າປະຫວັດສາດຂອງປະເທດ ຝຣັ່ງ ມີປະທານາທິບໍດີທີ່ມີອາຍຸໜຸ່ມແໜ້ນທີ່ສຸດເທົ່ານັ້ນ, ຫາກເຮັດໃຫ້ບັນດາຄູ່ຮ່ວມມືດ້ານການເມືອງ ເອີລົບ ມີຄວາມອຸ່ນອ່ຽນໃຈຕໍ່ທີ່ຕັ້ງບົດບາດຂອງ ຝຣັ່ງ ໃນເອີລົບ ປະກອບສ່ວນຮັກສາເອີລົບ ເປັນເອກະພາບ.

ດ້ວຍອັດຕາບັດເລືອກຕັ້ງບັນລຸ 66,1%, ໃນຂະນະທີ່ຄູ່ແຂ່ງແມ່ນທ່ານນາງ Marie Le-Pen ຍາດໄດ້ບັດສະໜັບສະໜູນພຽງ 33,9%, ທ່ານ Macron ໄດ້ກາຍເປັນປະທານາທິບໍດີຜູ້ສືບທອດຂອງປະເທດ ຝຣັ່ງ. ໄຊຊະນະຂອງທ່ານ Emmanuel Macron ໄດ້ສ່ອງແສງໃຫ້ເຫັນສວນໃດສ່ວນໜຶ່ງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ຝຣັ່ງ ກ່ຽວກັບທາງດ້ານການເມືອງໃໝ່ຢູ່ ຝຣັ່ງ, ເມື່ອໄດ້ຝາກຝັງຄວາມໄວ້ເນື້ອເຊື່ອໃຈໃຫ້ນັກການເມືອງທີ່ບໍ່ທັນມີປະສົບການຫຼາຍບົນເວທີການເມືອງ.

ພາຍຫຼັງປະກາດໝາກຜົນການເລືອກຕັ້ງ, ການນຳຫຼາຍທ່ານໃນໂລກໄດ້ອວຍພອນເຈົ້າຂອງຄົນໃໝ່ຂອງວັງ Elysees. ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ໄດ້ຝາກຄຳອວຍພອນເຖິງໄຊຊະນະຂອງທ່ານ Emmanuel Macron ແລະ ສະແດງຄວາມຫວັງຢາກໄດ້ເຮັດວຽກນຳກັນ. ບັນດາການນຳຂອງສະຫະພາບເອີລົບ (ອີຢູ) ກໍ່ໄດ້ຝາກຄຳອວຍພອນເຖິງປະທານາທິບໍດີຜູ້ໜຸ່ມແໜ້ນທີ່ສຸດຂອງປະເທດ ຝຣັ່ງ.

ເຖິງວ່າປະທານາທິບໍດີຜູ້ສືບທອດຂອງປະເທດ ຝຣັ່ງ ຈະຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ໃນຂະນະທີ່ປະເທດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງດ້ານເສດຖະກິດ ແລະ ຄວາມເປັນຫ່ວງກ່ຽວກັບຄວາມໝັ້ນຄົງກໍ່ຕາມ, ແຕ່ໄຊຊະນະຂອງທ່ານ Emmanuel Macron ກໍ່ໄດ້ເປີດໜ້າປະຫວັດສາດໃໝ່ໃນເວທີການເມືອງຂອງ ຝຣັ່ງ. 

ຕອບກັບ

ຂ່າວ/ບົດ​ອື່ນ