ປະເທດອາເມລິກາອາໄລຫາເຫດກໍ່ການຮ້າຍ11/09ພາຍຫລັງ15ປີ

ປະເທດອາເມລິກາອາໄລຫາເຫດກໍ່ການຮ້າຍ11/09ພາຍຫລັງ15ປີ - ảnh 1
(ພາບປະກອບ)

(vovworld) - ​ ​​ອາ​ໄລ​ຫາ​ເຫດການ 11/09, ວັນ​ທີ 11/09/2016, ຊື່​ຂອງ​ຜູ້​ເສຍ​ຊີວິດ​ເກືອບ 3000 ຄົນ​ໃນ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍນອງ​ເລືອດ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ ອາ​ເມ​ລິ​ກາ ກ່ອນນີ້ 15 ປີ ​ໄດ້​ອ່ານ​ຄືນ​ອີກ​ຄັ້ງໜຶ່ງ​ຢູ່​ເຂດ​ເລກທີ 0 (Ground Zero) ປະຈຸ​ບັນ​ແມ່ນ​ຫໍພິພິດ​ທະ​ພັນ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ເຫດການ 11/09 ​ແລະ ​ເຂດ​ສູນ​ການ​ຄ້າ​ໂລກ​ໃໝ່​ຢູ່​ນະຄອນ ນິວຢອກ. ພິທີ​ອາ​ໄລ​ຫາດຳ​ເນີນ​ໃນ 6 ນາທີ​ເປັນ​ມິດ​ງຽບ ​ເພື່ອ​ເປັນ​ຂີດ​ໝາຍຈຸດ​ເວລາຮ້າຍ​ແຮງ​ທີ່​ສຸດ​ຂອງ​ເຫດ​ການກໍ່​ການ​ຮ້າຍກ່ອນ​ນີ້ 15 ປີ​. ຄາດ​ວ່າ ທີ່​ພິທີ​ອາ​ໄລ​ຫາ​ຢູ່​ນະຄອນຫລວງ ວໍ​ຊິງ​ຕັນ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຈະ​ມີ​ບົດ​ກ່າວ​ປາ​ໄສ. ​ໃນ​ບົດ​ກ່າວ​ປາ​ໄສ​ໃນ​ວັນ​ທີ 10/09 ທ່ານ Barack Obama ​ໄດ້​ຢືນຢັນ​ວ່າ: ປະ​ເທດ ອາ​ເມ​ລິ​ກາ ບໍ່​ອາດ​ຈະຜ່ອນ​ສັ້ນ​ຜ່ອນ​ຍາວ​ກັບ​ບັນດາ​ຜູ້​ທີ່​ຫວັງຈະ​ແບ່ງ​ແຍກ​ປະ​ເທດ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ