ປາກິດສຖານ ກ່າວປະນາມບັນດາ ການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງອາເມລິກາ

ປາກິດສຖານ ກ່າວປະນາມບັນດາ ການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງອາເມລິກາ - ảnh 1
ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ (UAV)
(ພາບອີນເຕີແນດ)
(vovworld) - ​ໃນ​ວາລະ​ປະຊຸມ​ຄະນະ​ລັດຖະບານ​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ວັນ​ທີ 10/06, ທ່ານ​ນາຍົກລັດຖະມົນຕີປາກິດສຖານ Nawaz Sharif ​ໄດ້​ກ່າວປະນາມ​ບັນດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ (UAV) ຂອງ​ອາ​ເມ​ລິ​ກາ ໃສ່​ບັນດາ​ເຂດ​ກົກ​ເຫຼົ່າແມ່ນການ​ລະ​ເມີດອະທິປະ​ໄຕ​ຂອງ​ປາ​ກິດສຖານ. ຕາມ​ທ່ານ Sharif ​ແລ້ວ, ລັດຖະບານ​ປາ​ກິດສຖານ ຈະ​ມີ​ນະ​ໂຍບາຍ​ຮັບ​ມື​ກັບ​ບັນດາ​ການ​ບຸກ​ໂຈມ​ຕີ​ດ້ວຍ UAV ຂອງ​ອາ​ເມ​ລິ​ກາ, ​ແຕ່​ວ່າ, ທ່ານ​ບໍ່​ໃຫ້​ຮູ້​ລາຍ​ລະອຽດ. ຄຳ​ເຫັນຂອງ​ທ່ານ​ນາຍົກລັດຖະມົນຕີ Sharif ຖືກ​ຍົກ​ອອກ​ມາ​ໃນ​ສະພາບ​ທີ​ພັກຂະ​ບວນການ​ເພື່ອ​ຄວາມ​ຍຸດຕິ​ທຳ​ປາ​ກິດສຖານ ​ຝ່າຍ​ຄ້ານ (PTI) ຍື່ນ​ສະ​ເໜີ​ຕໍ່​ສະພາ​​ແຫ່ງ​ຊາດ​ມະຕິ​ຄັດ​ຂ້ານບັນດາ​ການ​ບຸກ​ໂຈມ​ຕີ​ດ້ວຍ UAV ຂອງ​ອາ​ເມ​ລິ​ກາ. ທ່ານ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ Shah Mehmood Qureshi, ຫົວໜ້າ​ຂອງ PTI ​ເນັ້ນ​ໜັກ​ວ່າ, ມະຕິ​ດັ່ງກ່າວ​ແມ່ນ​ເພື່ອ​ແນ​​ໃສ່ຈຸດໝາຍ​ກ່າວ​ປະນາມ​ບັນດາ​ການ​ບຸກ​ໂຈມ​ຕີ​ຂອງ​ອາ​ເມ​ລິ​ກາ ທີ່​ລະ​ເມີດ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປາ​ກິດສຖານ ຢ່າງ​ຮ້າຍ​ແຮງ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ລັດຖະບາມມີ​ມາດ​ຕະການ​ທີ່​ແຂງ​ກະດ້າງ ​ເພື່ອ​ກີດຂວາງການ​ບຸກ​ໂຈມ​ຕີທີ່​ຄ້າຍຄື​ກັນ.
ຂ່າວ/ບົດ​ອື່ນ