ປາກິດສຖານ ມີປະທານ ສະພາແຫ່ງຊາດໃໝ່

ປາກິດສຖານ ມີປະທານ ສະພາແຫ່ງຊາດໃໝ່ - ảnh 1
​ທ່ານ Sardar Ayaz Sadiq ປະທານ​ສະພາ​ແຫ່ງ​ຊາດ ປາ​ກິດສຖານ ຊຸດ​ໃໝ່
(ພາບອີນເຕີເນດ)


(vovworld) -​ ໃນ​ວາລະ​ປະຊຸມ​ເມື່ອ​ຕອນ​ບ່າຍ​ວັນ​ທີ 03/06, ບັນດາສະມາຊິກລັດຖະສະພາ ປາ​ກິດສຖານ ​ໄດ້​ປ່ອນ​ບັດ​ເລືອກ​ທ່ານ Sardar Ayaz Sadiq, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສະຫະພັນ​ອິດສລາມ Nawaz ປາ​ກິດສຖານ (PML - N) ​ໂດຍທ່ານ​ອະດີດ​ນາຍົກລັດຖະມົນຕີ Nawaz Sharif ນຳ​ໜ້າ, ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ປາ​ກິດສຖານ ຊຸດ​ໃໝ່. ​ປະທານ​ສະພາ​ແຫ່ງ​ຊາດ ​​ຜູ້​ໃກ້​ຈະ​ໝົດ​ອາຍຸ​ການ, ທ່ານ​ນາງ​ດຣ Fahmida Mirza ​ໃຫ້​ຮູ້​ວ່າ ທ່ານ Sadiq ​ໄດ້​ກາຍ​ເປັນ​ປະທານ​ສະພາ​ແຫ່ງ​ຊາດຊຸດທີ 14 ຢູ່​ປາ​ກິດສຖານ ພາຍຫຼັງ​ຍາດ​ໄດ້​ບັດ​ສະໜັບສະໜູນ 258 ບັດ ​ໃນ​ຈຳນວນ 313 ບັດ​ເລືອກ​ຕັ້ງ​ຢູ່​ສະພາ​ແຫ່ງ​ຊາດ ​ເຊິ່ງລວມມີ 342 ທີ່​ນັ່ງ. ຄູ່​ແຂງ​ຂອງ​ທ່ານ Sadiq ​ແມ່ນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Shehryar Afridi ຂອງ​ພັກຂະ​ບວນການ​ເພື່ອ​ຄວາມ​ຍຸຕິ​ທຳ (PTI) ຍາດ​ໄດ້​ບັດ​ສະໜັບສະໜູນ​ພຽງ 31 ບັດ, ສ່ວນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Iqbal Quadri ຂອງ​ຂະ​ບວນການ Muttahida (MQM) ຍາດ​ໄດ້ 23 ບັດ​ສະໜັບສະໜູນ. ທ່ານ​ນາງ Mirza ​ໄດ້ອວຍ​ພອ​ນປະທານ​ສະພາ​ແຫ່ງ​ຊາດ​ຄົນ​ໃໝ່ ​ແລະ ​ໃຫ້​ຮູ້​ວ່າ ​ໄດ້​ກຽມພ້ອມ​ການ​ມອບ​​ໂອນ​ຕຳ​ແໜ່​ງ​ນີ້​ໃຫ້​ແກ່​ທ່ານ Sadiq. ພາຍຫຼັງການ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ປະກາດ, ທ່ານ Sadiq ​ໄດ້​ສະບາ​ນຕົວ​ດຳລົງ​ຕຳ​ແໜ່​ງ.

ຂ່າວ/ບົດ​ອື່ນ