ປາ​ກິ​ດ​ສະ​ຖານ ຍຸບ​ເລີກ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ສະພາແຫ່ງຊາດປະເທດນີ້ ຈະຈັດວາລະປະຊຸມລວມຄັ້ງສຸດທ້າຍເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຂອງປະເທດຊາດ ເປັນຕົ້ນແມ່ນນະໂຍບາຍການຕ່າງປະເທດ, ໂຄງການແລວເສດຖະກິດ ຈີນ - ປາກິດສະຖານ (CPE) ແລະ ບັນຫາການປ່ຽນແປງຂອງດິນຟ້າອາກາດ. 
ປາ​ກິ​ດ​ສະ​ຖານ ຍຸບ​ເລີກ​ສະ​ພາ​ແຫ່ງ​ຊາດ - ảnh 1ວາລະປະຊຸມສະພາແຫ່ງຊາດ ປາກິດສະຖານ ຢູ່ (ພາບ: AFP/TTXVN)

ວັນທີ 9 ສິງຫາ, 3 ວັນກ່ອນສິ້ນສຸດອາຍຸການ 5 ປີ, ສະພາແຫ່ງຊາດ ປາກິດສະຖານ ໄດ້ຖືກຍຸບເລີກ. ສະພາແຫ່ງຊາດປະເທດນີ້ ຈະຈັດວາລະປະຊຸມລວມຄັ້ງສຸດທ້າຍເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຂອງປະເທດຊາດ ເປັນຕົ້ນແມ່ນນະໂຍບາຍການຕ່າງປະເທດ, ໂຄງການແລວເສດຖະກິດ ຈີນ - ປາກິດສະຖານ (CPE) ແລະ ບັນຫາການປ່ຽນແປງຂອງດິນຟ້າອາກາດ. ໃນວາລະປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ປາກິດສະຖານ Shehbaz Sharif ໄດ້ມີບົດກ່າວປາໄສອຳລາ ເມື່ອທ່ານຖະແຫຼງວ່າ ຈະຍື່ນບົດລາຍງານໂດຍຫຍໍ້ກ່ຽວກັບການຍຸບເລີກສະພາແຫ່ງຊາດ ເຖິງທ່ານປະທານາທິບໍດີໃນວັນດຽວກັນ.

        ໄປຄຽງຄູ່ກັນນັ້ນ, ການນຳຝ່າຍຄ້າຍຢູ່ ສະພາແຫ່ງຊາດທ່ານ Raja Riaz ໄດ້ແລກປ່ຽນກັບທ່ານນາຍົກລັດຖະມົນຕີ Shehbaz Sharif ກ່ຽວກັບຕຳແໜ່ງຮັກສາການນາຍົກລັດຖະມົນຕີ. ທ່ານ Riaz ໃຫ້ຮູ້ວ່າ ວິວັດການປຶກສາຫາລືກັບບັນດາສຳພັນທະມິດໄດ້ສຳເລັດ, ຕາມນັ້ນແລ້ວ 3 ຄົນທີ່ຮັບສະໝັກເລືອກຕັ້ງຕຳແໜ່ງນາຍົກລັດຖະມົນຕີຊົ່ວຄາວ ກໍ່ກຳນົດໄດ້ແລ້ວ. ທ່ານນາຍົກລັດຖະມົນຕີ Shehbaz Sharif ແລະ ການນຳຝ່າຍຄ້ານ ສາມາດທາບທາມຄຳເຫັນກ່ຽວກັບບັນຫານີ້ໃນ 3 ວັນ, ນັບທັງພາຍຫຼັງການຍຸບເລີກສະພາແຫ່ງຊາດ. ໃນກໍລະນີບັນດາຝ່າຍບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ, ບັນຫານີ້ ຈະໄດ້ສົ່ງໄປຍັງຄະນະກຳມະການເລືອກຕັ້ງ ປາກິດສະຖານ.

ຢຸງຮວ່າງ - ນັກຂ່າວ VOV ປະຈຳ New Delhi

ຕອບກັບ

ຂ່າວ/ບົດ​ອື່ນ