ປາກິດສະຖານ ມານະພະຍາຍາມຟື້ນຟູໂຄງການໃຫ້ກູ້ຢຶມຂອງ IMF

(VOVWORLD) - ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Shehbaz ສະເໜີໃຫ້ກອງທຶນ IMF ສົ່ງຄະນະປະຕິບັດງານໄປຍັງ ປາກິດສະຖານໃນອາທິດໜ້າ.

ລັດຖະບານ ປາກິດສະຖານ ກຽມພ້ອມຍອມຮັບບັນດາເງື່ອນໄຂຕົ້ນຕໍຂອງກອງທຶນເງິນຕາສາກົນ (IMF) ເພື່ອຟື້ນຟູໂຄງການໃຫ້ກູ້ຢຶມຈາກອົງການການເງິນນີ້ ເພື່ອແນໃສ່ຮັບມືກັບສະພາບເສດຖະກິດ ຊຸດໂຊມ ແລະ ໄພລົ້ມລະລາຍ. ຂໍ້ຕົກລົງນີ້ໄດ້ຍົກອອກມາໃນວັນທີ 20 ມັງກອນ ໃນມື້ປະຊຸມທາງອອນລາຍຄັ້ງທີ 2 ຂອງບັນດາເຈົ້າໜ້າທີ່ເສດຖະກິດຂັ້ນສູງ ປາກິດສະຖານ ໂດຍທ່ານນາຍົກລັດຖະມົນຕີ Shehbaz Sharif ເປັນປະທານ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Shehbaz ສະເໜີໃຫ້ກອງທຶນ IMF ສົ່ງຄະນະປະຕິບັດງານໄປຍັງ ປາກິດສະຖານໃນອາທິດໜ້າ.

        ກ່ອນໜ້ານັ້ນໜຶ່ງວັນ, ທ່ານນາຍົກລັດຖະມົນຕີ Shehbaz ໄດ້ເຫັນດີປະຕິບັດບັນດາຂໍ້ກຳນົດທີ່ແຂງກະດ້າງຂອງ IMF ເພື່ອແນໃສ່ລົບລ້າງສະພາບບໍ່ມີທາງອອກ ແລະ ປະຕິບັດສຳເລັດການຕີລາຄາຄັ້ງທີ 9 ເພື່ອສາມາດປ່ອຍບ້ວງເງິນກູ້ຢືມມີມູນຄ່າ 1 ຕື້ USD ຈາກອົງການກອງທຶນເປີດກ້ວາງ EFF ມີຍອດມູນຄ່າ 7 ຕື້ USD. ທ່ານລັດຖະມົນຕີການເງິນ ປາກິດສະຖານ ກໍ່ສົ່ງເອກະສານຮຽກຮ້ອງໃຫ້ IMF ສົ່ງຄະນະປະຕິບັດງານໄປຍັງປະເທດນີ້ດ້ວຍຄວາມຫວັງຈະໄດ້ຮັບຄຳຕອບທີ່ຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ