ປາກິດສະຖານ ເປີດດ່ານຊາຍແດນແຫ່ງຫນຶ່ງກັບ ອາບການິສະຖານຄືນ​ໃຫມ່

(VOVWORLD) - ວົງການເຈົ້າຫນ້າທີ່ກຳລັງປ້ອງກັນຊາຍແດນ ປາກິດສະຖານໃຫ້ຮູ້ວ່າ ເລື່ອງເປີດດ່ານຊາຍແດນແຫ່ງຫນຶ່ງ ແມ່ນເພື່ອບັນຫາມະນຸດສະທຳ ຢາກສ້າງເງື່ອນໄຂໃຫ້ປະຊາຊົນ ອາບການິສະຖານ ຢູ່ ເທດສະບານເຂດຊາຍແດນໄດ້ ເຕົ້າໂຮມກັບຄອບຄົວ.
ປາກິດສະຖານ ເປີດດ່ານຊາຍແດນແຫ່ງຫນຶ່ງກັບ ອາບການິສະຖານຄືນ​ໃຫມ່ - ảnh 1ດ່ານຊາຍແດນ Chaman ຢູ່ ຊາຍແດນ ປາກິດສະຖານ ແລະ ອາບການິສະຖານ (ພາບ:AFP/TTXVN)

ວັນທີ 17 ກໍລະກົດ, ປາກິສະຖານ ໄດ້ເປີດດ່ານຊາຍແດນແຫ່ງຫນຶ່ງທາງທິດໃຕ້ຢູ່ເສັ້ນຊາຍແດນທາງບົກກັບ ອາບການິສະຖານ ຊື່ງເຄີຍຖືກຢຸດຕິການເຄື່ອນໄຫວຊົ່ວຄາວ ພາຍຫລັງກຳລັງ ຕາລີບານ ຍາດສິດຄວບຄຸມເທດສະບານຫນຶ່ງໃກ້ກັບຊາຍແດນຍຸດທະສາດ. ຂໍ້ຕົກລົງເປີດດ່ານຊາຍແດນດັ່ງກ່າວ ໄດ້ຊ່ວຍໃຫ້ຊາວ ອາບການິສະຖານ ນັບພັນໆຄົນ ຖືກຕິດຄ້າງຢູ່ເທດສະບານ Chaman ຂອງ ປາກິສະຖານ ໄດ້ກັບຄືນເມືອປະເທດເພື່ອເຂົ້າຮ່ວມງານບຸນ Eid al-Adha ພ້ອມກັບຍາດຕິພີ່ນ້ອງຂອງຕົນ.

ວົງການເຈົ້າຫນ້າທີ່ກຳລັງປ້ອງກັນຊາຍແດນ ປາກິດສະຖານໃຫ້ຮູ້ວ່າ ເລື່ອງເປີດດ່ານຊາຍແດນແຫ່ງຫນຶ່ງ ແມ່ນເພື່ອບັນຫາມະນຸດສະທຳ ຢາກສ້າງເງື່ອນໄຂໃຫ້ປະຊາຊົນ ອາບການິສະຖານ ຢູ່ ເທດສະບານເຂດຊາຍແດນ ໄດ້ເຕົ້າໂຮມກັບຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ