ປາກິດສະຖານ:ການໃຊ້ຄວາມຮຸນແຮງໃກ້ນະຄອນຫຼວງເຮັດໃຫ້90ຄົນເສຍຊີວິດແລະຮັບບາດເຈັບ

ປາກິດສະຖານ:ການໃຊ້ຄວາມຮຸນແຮງໃກ້ນະຄອນຫຼວງເຮັດໃຫ້90ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ຮ້ານຂາຍເຄື່ອງແຫ່ງໜຶ່ງຖືກຈຸດເຜົາ
(ພາບ: news.cn)

(vovworld) – ສື່​ມວນ​ຊົນ ປາ​ກິດ​ສະຖານ​ໄດ້​ໃຫ້​ຂ່າວ​ວ່າ: ຈຳນວນ​ຜູ້​ເສຍ​ຊີວິດ​ໄດ້​ເພີ່ມ​ຂຶ້ນ​ເຖິງ 10 ຄົນ​ໃນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ລະຫວ່າງ​ສາສະໜາ​ຕ່າງໆ​ເກີດ​ຂຶ້ນ​ຢູ່​ນະຄອນຫຼວງ Rawalpindi ຢູ່​ໃກ້​ກັບ​ນະຄອນຫຼວງ Islamabad ຂອງ​ປະ​ເທດ​ນີ້​ໃນ​ຕອນ​ຄຳ່​ວັນ​ທີ 15/11.

        ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ໃນ​ເວລາ 17 ​ໂມງ (ຕາມ​ເວລາ​ທ້ອງ​ຖີ່​ນ), ​ເມື່ອ​ບັນດາ​ຊາວ​ມຸດ​ສະ​ລິ​ມ ນິກາຍ Shiite ພວມ​ດຳ​ເນີນ​ພິທີ​ຂອງ​ເດືອນ Muharram ຢູ່​ເຂດ Raja Bazar ຂອງ​ນະຄອນ Rawalpindi, ກົງກັບ​ຈຸດ​ເວລາ​ດຳ​ເນີນ​ການເທດສະໜາຂອງ​ຊາວ Sunni ຢູ່​ໂບດ​ແຫ່ງ​ໜຶ່ງ​ໃກ້​ໆ​ນັ້ນ. ​ຊາວ Shiite ​ຍັງ​ປືນ​ໃສ່​ໂບດ​ແຫ່ງ​ນີ້​ເຮັດ​ໃຫ້​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ເກີດ​ຂຶ້ນ. ມີ​ຫຼາຍ​ເປົ້າ​ໝາຍ​ໄດ້​ທົບ​ຕີ​ຕຳຫຼວດ ​ແລະ ​ຢືດເອົາ​ປືນ​ເພື່ອ​ຍິງ​ໃສ່​ກຸ່ມ​ສູ້​ຢັນ​ກັນ, ບຸກ​ໂຈມ​ຕີ​ນັກ​ຂ່າວ ​ແລະ ມ້າງ​ທຳລາຍ​ອຸປະກອນ​ຂອງ​​ເຂົາ​ເຈົ້າ. ຕຳຫຼວດ​ຕ້ອງ​​ໃສ່ແກັດ​ນ້ຳຕ​າ​ເພື່ອ​ຍຸບ​ເລີກ​ກຸ່ມ​ຄົນພວມ​ເຕົ້າ​ໂຮມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

 

 



ຂ່າວ/ບົດ​ອື່ນ