ປາກີສະຖານຈະພິພາກສາ ອະດີດປະທານາທິບໍດີ Musharraf ດ້ວຍໂທດ ທໍລະຍົດຕໍ່ຊາດ


ປາກີສະຖານຈະພິພາກສາ ອະດີດປະທານາທິບໍດີ Musharraf ດ້ວຍໂທດ ທໍລະຍົດຕໍ່ຊາດ - ảnh 1

ອະດີດ​ປະທານາທິບໍດີ Pervez Musharraf

(ພາບ: Reuters )

(vovworld)-​​​​ ​ ວັນ​ທີ 17/11, ທ່ານ Chaudhry Nisar Ali Khan ລັດຖະມົນຕີ​ກະຊວງ​ພາຍ​ໃນ​ປາ​ກີ​ສະຖານ ປະກາດ​ວ່າ: ປະ​ເທດ​ນີ້​ຈະ​ນຳອະດີດ​ປະທານາທິບໍດີ Pervez Musharraf ຂື້ນ​ສານ​ພິພາກສາ​ດ້ວຍ​ໂທດ​ທໍລະ​ຍົດ​ຕໍ່​ຊາດ ຍ້ອນ​ຢຸດຕິ​ລັດຖະທຳ​ມະນູນ ​ແລະ ປະກາດ​ສະພາວະສຸ​ກສີນ​ເມື່ອ​ປີ 2007. ຮູບການ​ລົງ​ໂທດ​ສູງ​ສຸດ​ໃຫ້​ໂທດ​ທໍລະ​ຍົດ​ຕໍ່​ຊາດ​ຢູ່​ປາ​ກີ​ສະຖານ​ອາດ​ຈະ​ແມ່ນ​ຈຳຄຸກ​ຕະຫຼອດ​ຊີ​ວິດ ຫຼື​ປະຫານ​ຊີວິດ. ນີ້​ແມ່ນ​ຄັ້ງທຳ​ອິດ​ໃນ​ປະຫວັດ​ສາດປາ​ກີ​ສະຖານ​ ທີ່ອະດີດ​ປະທານາທິບໍດີ​ທ່ານ​ໜຶ່ງ​ຖືກ​ພິພາກສາ ​ແລະ ຄຳ​ຕັດສິນ​ນີ້​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດຊາດ. ທ່ານ Pervez Musharraf ກັບ​ເມືອ​ປະ​ເທດ​ເມື່ອ​ເດືອນ 3/2013 ຜ່ານ​ມາ​ເພື່ອ​​ອອກ​ສະໝັກຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີພາຍ​ຫຼັງ​​ໄດ້ພັດ​ຖິ່ນ​ເປັນ​ເວລາ​ເກືອບ 4 ປີ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ຖືກ​ຈຳກັດ​ທີ່ຢູ່ນັບ​ແຕ່​ເດືອນ 4/2013 ພາຍຫຼັງ​ຖືກ​ຕຳຫຼວດ​ຊອບ​ຖາມ​ກ່ຽວ​ກັບ​ຄຳ​ກ່າວ​ຫາ​ສວຍ​ໃຊ້​ສິດ​ອຳນາດ​​ໃນ​ໄລຍະ​ເວລາ​ກຳ​ອຳນາດ​ນັບ​ແຕ່​ປີ 1999-2008./.

ຂ່າວ/ບົດ​ອື່ນ