ປາດຖະໜາຢາກໃຫ້ບຸນກາຣີ ສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນກັບ EU

(VOVWORLD) - ວັນທີ 4 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Evgueni Stefanov Stoytchev, ເອກອັກຄະລັດຖະທູດ ບຸນກາຣີ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. 
ປາດຖະໜາຢາກໃຫ້ບຸນກາຣີ ສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນກັບ EU - ảnh 1 ທ່ານ ຫງວຽນຊວນຟຸກ ທີ່ການຕ້ອນຮັບ

ຊົມເຊີຍການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງ 2 ປະເທດທີ່ບັນດາອົງການ, ເວທີປາໄສສາກົນ, ທ່ານນາຍົກລັດຖະມົນຕີ ຊົມເຊີຍ ບຸນກາຣີ, ດ້ວຍບົດບາດເປັນປະທານໝູນວຽນ ອີຢູ່ ແຕ່ເດືອນ  ມັງກອນ ປີ 2018, ຈະສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນກັບ ອີຢູ, ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ອັນດີງາມລະຫວ່າງ ຫວຽດນາມ - ຮູງກາຣີ ກ່ວາອີກ. ສ່ວນທ່ານເອກອັກຄະລັດຖະທູດ Evgueni Stefanov Stoytchev ຖືວ່າ ຫວຽດນາມ ໄດ້ ແລະ ຈະສືບຕໍ່ແມ່ນຄູ່ຮ່ວມມືແຖວໜ້າ ຂອງບຸນກາຣີ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານເອກອັກຄະລັດຖະທູດ ຖືວ່າ ການຮ່ວມມືເສດຖະກິດ, ການຄ້າ 2 ຝ່າຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ປາດຖະໜາວ່າປະຊາຄົມວິສາຫະກິດ 2 ປະເທດຈະເພີ່ມທະວີການແລກປ່ຽນ, ຊອກຫາກາລະໂອກາດຮ່ວມມື.       

ຕອບກັບ

ຂ່າວ/ບົດ​ອື່ນ