ປາ​ນາ​ມາ ມີ​ຄວາມ​ປ​າດ​ຖະ​ໜາ​ຢາກ​ຮຽນ​ເອົາບົດ​ຮຽນ​ໃນ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

(VOVWORLD) - ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເຖິງທ່ານປະທານາທິບໍດີ, ປາດຖະໜາວ່າ ລັດຖະບານ ແລະ ປະຊາຊົນ ປານາມາ ພາຍໃຕ້ການນຳພາ ຂອງທ່ານ Laurentino Cortizo Cohen ຈະບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະເທດ ປານາມາ ອ້າຍນ້ອງຈະນັບມື້ນັບ ຈະເລີນຮຸ່ງເຮືອງ.
ປາ​ນາ​ມາ ມີ​ຄວາມ​ປ​າດ​ຖະ​ໜາ​ຢາກ​ຮຽນ​ເອົາບົດ​ຮຽນ​ໃນ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ - ảnh 1 ທ່ານ ຫງວຽນຮ່ວາຍເຢືອງ ເອກອັກຄະລັດຖະທູດ ຫວຽດນາມ ອວຍພອນ ທ່ານ Laurentino Cortizo Cohen ປະທານາທິບໍດີ ປານາມາ (ພາບ: ສະຖານທູດ ຫວຽດນາມປະຈຳເມັກຊິກໂກ)

ທີ່ການຕ້ອນຮັບທ່ານ ຫງວຽນຮ່ວາຍເຢືອງ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ເມັກຊິກໂກ ທັງຄວບຕຳແໜ່ງຮັບຜິດຊອບ ປານາມາ, ທູດພິເສດຂອງທ່ານປະທານປະເທດ ຫວຽດນາມເຂົ້າຢ້ຽມອວຍພອນເນື່ອງໃນໂອກາດພິທີຮັບຕຳແໜ່ງຢູ່ສູນກອງປະຊຸມ Atlapa ຢູ່ນະຄອນຫຼວງ ຂອງ  Panama, ທ່ານ Laurentino Cortizo Cohen ປະທານາທິບໍດີ ປານາມາ ຄົນໃໝ່ໄດ້ສະແດງຄວາມປາດຖະໜາຢາກຮຽນເອົາບົດຮຽນໃນການພັດທະນາຂອງ ຫວຽດນາມ.

        ທ່ານ ຫງວຽນຮ່ວາຍເຢືອງ ໄດ້ສົ່ງບັນດາຄຳອວຍພອນອັນດີງາມທີ່ສຸດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເຖິງທ່ານປະທານາທິບໍດີ, ປາດຖະໜາວ່າ ລັດຖະບານ ແລະ ປະຊາຊົນ ປານາມາ ພາຍໃຕ້ການນຳພາ ຂອງທ່ານ Laurentino Cortizo Cohen ຈະບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະເທດ ປານາມາ ອ້າຍນ້ອງຈະນັບມື້ນັບ ຈະເລີນຮຸ່ງເຮືອງ ແລະ ການພົວພັນມິດຕະພາບການ, ຮ່ວມມືລະຫວ່າງ ຫວຽດນາມ ແລະ ປານາມາ ຈະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແຮງກ່ວາອີກໃນທຸກໆຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ