ປາແລດສຕິນ ເຂົ້າຮ່ວມ ICC ຢ່າງເປັນທາງການ

ປາແລດສຕິນ ເຂົ້າຮ່ວມ ICC ຢ່າງເປັນທາງການ - ảnh 1
ສານ​ອາຍາ​ສາກົນ (ICC)
(ພາບ: reuters.com)


(vovworld) – ວັນ​ທີ 01/04, ປາ​ແລດ​ສຕິນ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ສານ​ອາຍາ​ສາກົນ (ICC) ຢ່າງ​ເປັນ​ທາງ​ການ. ​ເລື່ອງ​ເຂົ້າ​ເປັນ​ສະມາຊິກ ICC ຂອງ​ປາ​ແລດ​ສຕິນ ຖືກ​ດຳ​ເນີນ​ໄປ​ໃນ​ພິທີ​ລັບ​ທີ່​ສຳນັກງານ ICC ຢູ່ La Hay, ​ປະ​ເທດໂຮ​ນລັງ, ​ພາຍຫຼັງ​ທີ່​ປາ​ແລດ​ສຕິນ ​ເຂົ້າ​ຮ່ວມ​ກົດ​ລະບຽບ Rome ເປັນ​ເວລາ 90 ວັນ. ຕາມ​ທ່ານ Mansour ​ແລ້ວ, ປາ​ແລດ​ສຕິນ ຖື​ນີ້​ແມ່ນ​ບາດກ້າວ​ຄຳ​ຄັນ ​ເພື່ອ​ແນ​ໃສ່​ນຳ​ມາ​​ເຊິ່ງຄວາມ​ຍຸຕິ​ທຳ​ໃຫ້​ຜູ້​ເສຍ​ຊີວິດ​ທຸກ​ຄົນ ຍ້ອນ​ການ​ຢຶດຄອງ​ຂອງ​ອິດສຣາ​ແອນ. ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ, ​ເລື່ອງ​ເຂົ້າ​ຮ່ວມ ICC ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ຂອງ​ປາ​ແລດ​ສຕິນ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ກົດ​ດັນບັງຄັບ​ໃຫ້ ອິດສຣາ​ແອນ ຖອນ​ອອກ​ຈາກ​ເຂດ​ດິນ​ແດນທີ່​ພວມ​ຢືດຄອງ ​ແລະ ຮັບ​ຮູ້​ສ້າງຕັ້ງ​ການພົວພັນ​ຖານ​ບ້ານ​​​ໃກ້​ເຮືອນ​ຄຽງ​ກັບປາ​​ແລດ​ສຕິນ. ພາຍຫຼັງ​ເຂົ້າ​ເປັນ​ສະມາຊິກ ICC, ອຳນາດ​ການ​ປົກຄອງ​ປາ​ແລດ​ສຕິນ ສາມາດ​ຟ້ອງ​ຮ້ອງ​ຂຶ້ນສານ​ດັ່ງກ່າວ ​ເພື່ອ​ສັ່ງ​​ຟ້ອງບັນດາ​ເຈົ້າ​ໜ້າ​ທີ່​ອິດສຣາ​ແອນ, ລວມທັງບັນດາ​ນັກ​ການ​ເມືອງ ​ແລະ ວົງ​ການ​ເຈົ້າ​ໜ້າ​ທີ່​ກອງທັບ, ກ່ຽວ​ກັບ​ໂທດ​ກຳ​ທີ່​ເຂົ້າ​ເຈົ້າ​ໄດ້​ກໍ່​ຂຶ້ນ​ຢູ່​ເຂດ​ດິນ​ແດນ​ຂອງ​ປາ​ແລດ​ສຕິນ. ອິດສຣາ​ແອນ ບໍ່​ແມ່ນ​ສະມາຊິກ​ຂອງ ICC ​ແຕ່​ບັນດາ​ພົນລະ​ເມືອງ​ຂ​ອງປະ​ເທດ​ນີ້​ອາດ​ສາມາດ​ສັ່ງ​ຟ້ອງ.

ຂ່າວ/ບົດ​ອື່ນ