ປາແລດສຕິນຈະຮ້ອງຟ້ອງອິດສຣາແອນຂຶ້ນICC

ປາແລດສຕິນຈະຮ້ອງຟ້ອງອິດສຣາແອນຂຶ້ນICC - ảnh 1
ປາແລດສຕິນຈະຮ້ອງຟ້ອງອິດສຣາແອນຂຶ້ນ ICC
(ພາບປະກອບ: reuters.com)


​(vovworld) - ​​​ບັນດາ​ເຈົ້າໜ້າ​ທີ່​ປາແລດສຕິນ ພວມ​ມີ​ແຜນການ​ຝາກ​ໃບ​ຮ້ອງ​ຟ້ອງ​ທຳ​ອິດຂຶ້ນ​ສານ​ອາ​ຍາ​ສາກົນ (ICC) ​ເພື່ອ​​ແນ​ໃສ່​ດຳ​ເນີນ​ບັນດາ​ລະບຽບ​ການ​ດຳ​ເນີນ​ຄະດີ​ອາຍາ ຕ້ານ​ອິດສຣາ​ແອນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ຝັ່ງ​ຕາ​ເວັນ​ຕົກ, ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ປາ​ແລດ​ສຕິນ Ammar Hijazi ​ໃຫ​້ຮູ​້ວ່າ, ໃບ​​ຮ້ອງຟ້ອງ​ຈະ​ໄດ້​ຝາກ​ເຖິງ​ທ່ານຫົວໜ້າ​​ໄຍະ​ການ ICC, Fatou Bensouda ​ໃນ​ວັນ​ທີ 25/06 ຈະ​ມາ​ເຖິງ, ​ເຊິ່ງສຸມ​​ໃນ​ບັນດາ​ການ​ກະທຳລະ​ເມີດ​ກົດ​ໝາຍ​ສາກົນ​ຂອງ​ອິດສຣາ​ແອນ. ຕາມ​ທ່ານ Hijazi ​ແລ້ວ, ໃບຮ້ອງ​​ຟ້ອງພຽງມີ​ເນື້ອ​ໃນສັງ​ລວມ ດ້ວຍ​ບັນດາ​ຕົວ​ເລກ​ສະຖິຕິ. ປາ​ແລດ​ສຕິນ ຈະ​ຝາກ​ບັນດາ​ຫຼັກ​ຖານ​ລະອຽດ ຖ້າ​ຫາກ ICC ຕົກລົງດຳ​ເນີນ​ການສືບສວນ.

ຂ່າວ/ບົດ​ອື່ນ