ປາແລດສຕິນຢືນຢັນບໍ່ມີການເຈລະຈາສັນຕິພາບເປັນທາງການກັບອິດສຣາແອນ

ປາແລດສຕິນຢືນຢັນບໍ່ມີການເຈລະຈາສັນຕິພາບເປັນທາງການກັບອິດສຣາແອນ - ảnh 1
(ພາບປະກອບ: AFP)

​​(vovworld) - ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ອຳນາ​ດການ​ປົກຄອງ​ແຫ່ງ​ຊາດ​ປາ​ແລດ​ສຕິ​ນ (PNA) Reyad El Malki, ວັນ​ທີ 11/08 ຖະ​ແຫຼ​ງວ່າ, ບໍ່​ມີ​ການ​ຈັດ​ຕັ້ງບັນດາການ​ພົບ​ປະ​ດ້ານ​ການ​ເມືອງ​​ເປັນທາງ​ການລະຫວ່າງ​ປາ​​ແລດ​ສຕິນ ​ແລະ ອິດສຣາ​ແອນ. ຄຳ​ຢືນຢັນ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ພາຍ​ຫຼັງ​ທີ່​ມີ​ແຫຼ່ງຂ່າວ​ໂດຍຖື​ວ່າ ທ່ານ​ຫົວໜ້າ​ຄະນະ​ເຈລະຈາ​ປາ​ແລດ​ສຕິນ Saeb Erekat ​ແລະ ທ່າ​ນລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ອິດສຣາ​ແອນ Silvan Shalom ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ມີ​ການ​ພົບ​ປະກັນຢູ່ Jerusalem. ການ​ເຈລະຈາ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ ​ໄດ້​ຮັບ​ການຈັດ​ຕັ້ງ ພາຍ​ໃຕ້ການ​ໜູນ​ຊ່ວຍ​ຂອງອາ​ເມ​ລິ​ກາ ​ແຕ່​ຖື​ກປະລາ​ໄຊ ພາຍຫຼັງ​ທີ່​ປາ​ແລດ​ສຕິນ ​ປະກາດ​ກ່ຽວ​ກັບ, ການ​ສ້າງ​ຕັ້ງ​ລັດຖະບານ​ສາມັກ​ຄີກັບ Hamas.

ຂ່າວ/ບົດ​ອື່ນ