ປາແລດສະຕິນ: ບຸກໂຈມຕີເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫຼາຍຄົນ

(VOVWORLD) - ຕາມບັນດາກຳລັງ ອິດສະຣາແອນ ແລ້ວ, ກ່ອນໜ້ານັ້ນ, ເຂົາເຈົ້າໄດ້ຍິງລູກຈະຫຼວດໃສ່ເຮືອນຫຼັງໜຶ່ງທີ່ ເປົ້າໝາຍດັ່ງກ່າວພວມລີ້ຊ້ອນ...
ປາແລດສະຕິນ: ບຸກໂຈມຕີເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫຼາຍຄົນ - ảnh 1ຜູ້ແຫ່ຂະບວນປະທ້ວງ ປະທະກັນກັບກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອນ (ພາບ: AFP/ TTXVN)

ໃນວັນທີ 9 ສິງຫາ, ກະຊວງສາທາລະນະສຸກ ປາແລດສະຕິນ ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບນັບສິບຄົນ ເມື່ອບັນດາກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອນ ບຸກໂຈມຕີທາງອາກາດຢູ່ນະຄອນເກົ່າ Nablus ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍ້ແດນທີ່ຖືກຢຶດຄອງ. ໃນຂະນະນັ້ນ, ກອງທັບ ອິດສະຣາແອນ ໄດ້ປະກາດວ່າ Ibrahim al-Nubulsi, ເຊິ່ງເປັນຜູ້ບັນຊາກອງພົນນ້ອຍ Al-Aqsa Martyrs (ກຸ່ມທະຫານຫຼັກຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍ້ແດນ) ແລະ ມືປືນຜູ້ໜຶ່ງ “ຖືກດັບສູນ”. ຕາມບັນດາກຳລັງ ອິດສະຣາແອນ ແລ້ວ, ກ່ອນໜ້ານັ້ນ, ເຂົາເຈົ້າໄດ້ຍິງລູກຈະຫຼວດໃສ່ເຮືອນຫຼັງໜຶ່ງທີ່ ເປົ້າໝາຍດັ່ງກ່າວພວມລີ້ຊ້ອນ, ພ້ອມທັງໄດ້ດຳເນີນການບຸກໂຈມຕີ ແລະ ຈັບຕົວ 4 ເປົ້າໝາຍອື່ນອີກ. ສະພາກາຊິກວົງເດືອນແດງ ປາແລດສະຕິນ ໃຫ້ຮູ້ວ່າ: ບັນດາແພດໝໍ ພວມປິ່ນປົວໃຫ້ແກ່ 69 ຄົນທີ່ມີບາດແຜຍ້ອນຖືກຍິງຢູ່ເຂດ Nublus, ໃນນັ້ນ, ຢ່າງໜ້ອຍສຸດມີ 4 ກໍລະນີຖືກບາດເຈັບໜັກ.

        ເຫດບຸກໂຈມຕີຫລ້າສຸດນີ້ເກີດຂຶ້ນພາຍຫຼັງທີ່ອິດສະຣາແອນ ແລະ ຂະບວນການອິດສະລາມ Jihad (PIJ) ໃນເຂດ ກາຊາ ບັນລຸໄດ້ຂໍ້ຕົກລົງຢຸດຍິງພຽງແຕ່ 2 ມື້ໂດຍ ອີຢິບ ເປັນຄົນກາງ, ຢຸດຕິການປະທະກັນທີ່ນອງເລືອດແກ່ຍາວເປັນເວລາ 3 ວັນເຮັດໃຫ້ຊາວ ປາແລດສະຕິນ 44 ຄົນເສຍຊີວິດ, ໃນນັ້ນມີເດັກນ້ອຍ 15 ຄົນ, ແລະອີກ 360 ຄົນອື່ນຖືກຮັບບາດເຈັບ ແລະ ເຮືອນຊານຫຼາຍຫຼັງຖືກທຳລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ